Ad

Ad

20 July 2015

ກອງ​ປະຊຸມ​ໃຫຍ່ຄັ້ງທີ IV ຂອງອົງຄະ​ນະ​ພັກກະຊວງ​ໂຍທາ​ທິການແລະຂົນ​ສົ່ງອັດລົງ​ດ້ວຍ​ຜົນສຳ​ເລັດຈົບງາມ



ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງໂຍທາທິການແລະ ຂົນສົ່ງ (ຍທຂ) ອັດລົງດ້ວຍຜົນສໍາເລັດຈົບງາມໃນວັນທີ 17 ກໍລະກົດຜ່ານມາ, ພາຍຫລັງໄດ້ດໍາເນີນມາເປັນເວລາສອງວັນ,​ໂດຍການເປັນປະທານຂອງສະຫາຍ ດຣບຸນຈັນສີນທະວົງເລຂາ ຄະນະພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງແລະໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສົມສະຫວາດເລັ່ງ ສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີຜູ້ຊີ້ນຳຂົງເຂດເສດຖະກິດແລະ ຈໍລະຈອນ, ມີບັນດາສະຫາຍຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ​ 606 ສະຫາຍຈາກທຸກຂົງເຂດວຽກງານ ອ້ອມຂ້າງກະຊວງ ຍທຂເຂົ້າຮ່ວມຢ່າງພ້ອມພຽງ.
            ກອງປະຊຸມຄັ້ງນີ້, ໄດ້ມີການຮັບຮອງເອົາບົດລາຍງານການເມືອງແລະ ຮັບຮອງເອົາບົດສຳ
ຫລວດການນຳພາລວມຂອງຄະນະພັກກະຊວງສະໄໝທີ III , ພ້ອມນັ້ນໄດ້ມີການປ່ອນບັດ​​ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ສະໄໝທີ IV ເຊິ່ງປະກອບມີ: ສະຫາຍ ດຣ ບຸນຈັນ ສິນທະວົງເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ລັດຕະນະ ມະນີຄູນນີວົງເປັນຮອງເລຂາແລະສະຫາຍນາງ ວິໄລຄຳໂພສາລາເປັນປະທານກວດກາພັກ,ສະຫາຍ ຈັນຕຸລາ ພະນາລາສີແລະ ສະຫາຍ ລົດສຸກ ສີວົງໄຊເປັນຮອງປະທານກວດກາພັກ, ພ້ອມເລືອກເອົາຜູ້ແທນສົມບູນ-ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວທີ່ຈະໄຂຂຶ້ນອີກບໍ່ດົນຂ້າງໜ້ານີ້.
            ໃນໂອກາດນີ້, ສະຫາຍກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ກຽດໂອ້ລົມຊີ້ນໍາຕໍ່ກອງປະຊຸມ ແລະ ຄະນະພັກກະຊວງຊຸດໃໝ່​, ເຊິ່ງກ່ອນອື່ນສະຫາຍ​​ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຄະນະພັກກະຊວງໂຍທາທິການແລະ ຂົນສົ່ງຍາດມາ​​ໄດ້ໃນໄລຍະຜ່ານມາ, ​ໂດຍສະເພາະການພັດທະນາໂຄງລ່າງດ້ານຄົມມະນາຄົມເຫັນວ່າມີຄວາມກ້າວໜ້າແລະ ຂະຫຍາຍຕົວເມື່ອທຽບໃສ່ຊຸມປີຜ່ານມາ,​ ເຮັດໃຫ້ເສັ້ນທາງໄປຮອດໄປເຖິງທຸກຫົນແຫ່ງ, ມີທາງປູຢາງແລະ ດິນແດງໄປເຖິງທຸກແຂວງແລະ ທຸກເມືອງ, ການຂົນສົ່ງທາງນ້ຳ-ທາງອາກາດໄດ້ຮັບການພັດທະນາດີຂຶ້ນ, ລວມທັງການສ້າງຜັງເມືອງແລະ ອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ,​ ພ້ອມນັ້ນສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳຊຸດໃໝ່ຈົ່ງສືບຕໍ່ປັບປຸງແກ້ໄຂບັນດາຂໍ້ຄົງ ຄ້າງ ຫລື ປກົດການຍໍ້ທໍ້ໃນທຸກຂົງເຂດວຽກງານໃນຂະແໜງ ຍທຂໃຫ້ມີຜົນສຳເລັດ, ເນື່ອງຈາກເປັນໄລຍະສຸດທ້າຍຂອງການປະຕິບັດແຜນການ 5 ປີ, ໂດຍສະເພາະການປະເມີນມາດຕະຖານ​ ​ແລະ ມູນຄ່າຂອງການກໍ່ສ້າງເສັ້ນທາງ,ການຂະຫຍາຍເສັ້ນທາງ, ການແກ້ໄຂຄວາມແອອັດຂອງການສັນຈອນໃນຕົວເມືອງ, ການຄຸ້ມຄອງວາງແຜນດ້ານເຄຫາສະສະຖານແລະ ຄວາມພ້ອມໃນການເຊື່ອມໂຍງເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້.

No comments:

Post a Comment