Ad

Ad

29 July 2015

ເຈົ້າໜ້າທີ່ມ້າງແຫລ່ງຜະລິດນ້ຳດື່ມຫົວເສືອປອມ



ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນປະສານສົມທົບກັບ ເຈົ້າໜ້າ ທີ່ກຸ່ມໂນນ ຫວາຍເມືອງ ໄຊເສດຖາ ໄດ້ນຳກຳລັງເຂົ້າຈັບກຸມຊາວຕ່າງ ດ້າວທີ່ພັກເຊົາຢູ່ເຮືອນຫລັງໜຶ່ງໃນ ເຂດບ້ານ ໂນນຫວາຍ ເມືອງໄຊ ເສດຖາ ນະ ຄອນຫລວງວຽງຈັນ ຫລັງຈາກມີຂໍ້ມູນຫລັກຖານວ່າ ເຮືອນຫລັງດັ່ງກ່າວ ເປັນແຫລ່ງຜະລິດນ້ຳດື່ມກາຫົວເສືອປອມ ໂດຍສາມາດຈັບຜູ້ຕ້ອງຫາໄດ້ຄື ທ້າວ ວູຮວງດຶກ ອາຍຸ 42 ປີ ນາງ ໂງທິຫິງ ອາຍຸ 38 ປີ ທັງສອງເປັນຜົວເມຍກັນ ທ້າວ ເລວັນທັກ ອາຍຸ 22 ປີ ແລະ ທ້າວ ເລວັນທາຍ ອາຍຸ 20 ປີ(ສັນຊາດຫວຽດນາມ) ແລະ ຜ່ານການກວດຄົ້ນພາຍໃນເຮືອນພົບກະຕຸກນ້ຳດື່ມຫົວເສືອ ປອມບໍລິມາດຂະໜາດ 1,5 ລິດ ຈຳນວນ 290 ແກ໋ດ ແລະ ກະຕຸກບໍລິມາດຂະໜາດ 350 ມິນລີລິດຈຳ
ນວນ 100 ແກ໋ດ, ນອກຈາກນີ້ຍັງມີຕຸກນ້ຳເປົ່າຈຳນວນ 5 ພັນຕຸກ, ພ້ອມດ້ວຍອຸປະກອນການຜະ ລິດຈຳນວນໜຶ່ງ, ເຈົ້າໜ້າທີ່ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.
              ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ພາກັນເຂົ້າ ມາລາວເມື່ອທ້າຍປີ 2014 ໂດຍມາພັກເຊົາຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ໂດຍເບື້ອງຕົ້ນແມ່ນ ມີອາຊີບຄ້າຂາຍ ຕົກມາຮອດຕົ້ນປີ 2015 ກໍໄດ້ເລີ່ມລັກລອບຜະລິດນ້ຳຫົວເສືອປອມ ໂດຍຮັບເກັບຊື້ ຕຸກນ້ຳດື່ມຫົວເສືອເປົ່າແລ້ວນຳມາຮ່າຍນ້ຳດຶ່ມທຳມະດາໃສ່ ແລະ ຕິດເຄື່ອງໝາຍການຄ້າ ແລະ ສັນຍາ ລັກຕ່າງໆທີ່ດັດແປງຄ້າຍຄືນ້ຳດື່ມກາຫົວເສືອຂອງແທ້ໃສ່ແລ້ວກໍນຳໄປຈຳໜ່າຍຕາມຮ້ານຄ້າຕ່າງໆໃນຕົວເມືອງນະຄອນຫລວງວຽງຈັນ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment