Ad

Ad

29 July 2015

ອົງການ​ໄອ​ຍະ​ການ​ຈະ​ຖື​ການ​ປັບປຸງ​ບຸກຄະລາ​ກອນ​ເປັນ​ຫລັກ



        ໃນສະພາບຄວາມເປັນຈິງຂອງການປະຕິບັດວຽກງານຕິດຕາມກວດກາໃນຂົງເຂດອົງການໄອຍະການປະ ຊາຊົນທີ່ຜ່ານມາເຫັນວ່າຍັງພົບຄວາມຫຍຸ້ງຍາກທາງດ້ານບຸກຄະລາກອນ ຄືໃນສົກປີ 2015-2016 ທາງອົງການ​​ຍັງຈະສືບຕໍ່ສຸມໃສ່ສ້າງບຸກຄະລາກອນໃຫ້ມີຄວາມສາມາດແລະ ສ້າງຄວາມເຊື່ອຖືໃຫ້ແກ່ສັງຄົມໄດ້ຫລາຍຂຶ້ນໃນການເພີ່ມທະວີຕິດຕາມກວດກາການດຳເນີນຄະດີຂອງອົງການສືບສວນ-ສອບສວນເປັນຕົ້ນການເຂົ້າຮ່ວມສືບສວນ-ສອບສວນແລະ ການເກັບກຳຂໍ້ມູນຫລັກຖານຮ່ວມກັບເຈົ້າໜ້າທີ່ກ່ຽວຂ້ອງແຕ່ຫົວທີແລະເຂົ້າຮ່ວມການດຳເນີນຄະດີຂອງສານ ກ່ຽວກັບຄະດີແພ່ງຢູ່ຂັ້ນຕົ້ນຕາມກົດໝາຍທີ່ກຳນົດໄວ້.
        ຜູ້ລາຍງານຂ່າວໃຫ້ຮູ້ວ່າ: ຕໍ່ກັບສະພາບຄວາມເປັນຈິງຂອງກົງຈັກການຈັດຕັ້ງຂອງຕົນເຊິ່ງຍັງບໍ່​​ສາມາດຕອບສະໜອງໜ້າທີ່ການເມືອງໃນໄລຍະໃໝ່​​ໄດ້ ຍ້ອນວ່າໂຄງປະກອບກົງຈັກການຈັດຕັ້ງບໍ່ຄ່ອງຕົວ, ບໍ່ຄົບຊຸດ, ຖັນແຖວພະນັກງານວິຊາການບໍ່ທັນພຽງພໍດ້ານຈຳນວນແລະ ຄວາມຮູ້ຄວາມສາມາດດ້ານວິຊາການຍັງຈຳກັດ, ສ່ວນຫລາຍຍັງໜຸ່ມນ້ອຍບໍ່ທັນມີບົດຮຽນແລະປະສົບການ. ດັ່ງນັ້ນໃນຕໍ່ໜ້ານີ້ຕ້ອງຫັນໄປຕາມທິດນຳ 3 ສ້າງແລະ ຕາມລັດຖະທຳມະນູນ
ສະບັບປັບປຸງ ກໍຄືກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ມາດຕາ 18 ​ໄດ້ລະບຸໄວ້ວ່າ: ອົງການໄອຍະການປະຊາຊົນເຂດສ້າງຕັ້ງຂຶ້ນໂດຍເອົາເມືອງໃດໜຶ່ງ ຫລື ຫລາຍເມືອງມາໂຮມເຂົ້າກັນເປັນເຂດໜຶ່ງ, ​ແຕ່ປັດຈຸບັນເງື່ອນໄຂບາງດ້ານບໍ່ທັນພ້ອມເປັນຕົ້ນດ້ານບຸກຄະລາກອນ, ພື້ນຖານໂຄງລ່າງ, ງົບປະມານແລະ ອື່ນໆເຊິ່ງໃນສົກປີ 2015-2016 ຈະລົງສົມທົບກັບຄະນະພັກ-ອົງການປົກຄອງທ້ອງຖິ່ນແລະ ສານປະຊາຊົນສູງສຸດເພື່ອລົງເກັບກຳແລະ ສຶກສາຄວາມເປັນໄປໄດ້. ພ້ອມນັ້ນ ກໍຈະສ້າງຕັ້ງອົງການ​​ໄອຍະການປະຊາຊົນ​​ເມືອງ ຫລືເຂດຕື່ມແລະ ພ້ອມນັ້ນ ກໍເພີ່ມຈຳນວນພະນັກງານໃຫ້ຂັ້ນທ້ອງຖິ່ນຢ່າງສົມເຫດສົມຜົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່, ບຳລຸງຍົກລະດັບຄວາມສາມາດດ້ານວິຊາການ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດດ້ວຍການສຶກສາອົບຮົມວຽກງານການເມືອງແນວຄິດຢ່າງເປັນປົກກະຕິດ້ວຍຫລາຍວິທີເຊັ່ນ: ການເຝິກອົບຮົມ, ການສຳມະນາ, ການຮ່ຳຮຽນເຊື່ອມຊຶມເອກະສານການເມືອງຕ່າງໆຂອງພັກ-ລັດໃນແຕ່ລະໄລຍະ, ສົມທົບກັບຄະນະພັກ-ອົງການປົກຄອງທ້ອງຖິ່ນກວດກາຢ່າງເຄັ່ງຄັດຕໍ່ພະນັກງານໄອຍະການທີ່ລະເມີດກົດໝາຍ ໂດຍຖືເອົາການປະເມີນຜົນລັດຖະກອນຂອງອົງການໄອຍະການປະຊາຊົນທົ່ວປະເທດໃນແຕ່ລະປີຕາມຂໍ້ແຂ່ງຂັນ 3 ມີ 4 ຮັບປະກັນ ຄືມີການເມືອງ-​ແນວຄິດດີ, ມີການພັດທະນາດີ, ມີຄວາມສາມັກຄີແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມໂປ່ໃສ, ຮັບປະກັນຄວາມຍຸຕິທຳ, ຮັບປະກັນກຳນົດເວລາແນໃສ່ຊອກໃຫ້ເຫັນບຸກຄົນທີ່ພົ້ນເດັ່ນໃນຂະບວນການວຽກງານຕົວຈິງເພື່ອຍ້ອງຍໍຊົມເຊີຍແລະ ບຳລຸງກໍ່ສ້າງຢ່າງຖືກທິດ, ​ພ້ອມນັ້ນ ກໍຊອກໃຫ້ເຫັນຜູ້ທີ່ລະເມີດລະບຽບວິໄນ, ລະບຽບລັດຖະກອນແລະ ລະບຽບຂອງພັກເພື່ອສຶກສາອົບຮົມກ່າວເຕືອນ, ປະຕິບັດວິໄນແລະ ປົດປ່ອຍອອກຈາກລັດຖະກອນຕາມສະຖານໜັກ ຫລືເບົາ.

No comments:

Post a Comment