Ad

Ad

29 July 2015

ຢູດີຟາມ ແຕ່ງຕັ້ງເອພີເອັມລາວເປັນທີ່ປຶກສາການເງິນກຽມ ເຂົ້າຈົດທະບຽນໃນຕະຫລາດຫລັກຊັບ.


ພິທີລົງນາມແຕ່ງຕັ້ງທີ່ປືກສາທາງດ້ານການເງິນເພື່ອກະກຽມໃຫ້ແກ່ ການເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວລະຫວ່າງທ່ານ ນິດສະຫວັນ ຫລວງໂຄດ ປຣະວົງວຽງຄຳ ປະທານບໍລິສັດຮ່ວມ ພັດທະນາກະສິກ ຳຂາອອກ-ຂາເຂົ້າຈຳກັດຜູ້ດຽວ(UD Farm) ແລະ ທ່ານສົມພົບ ສັກພັນພະນົມ ອຳນວຍການບໍລິສັດຫລັກຊັບ ເອພີເອັມລາວ(APM Lao), ໄດ້ມີຂຶ້ນໃນຕອນເຊົ້າວັນທີ 28 ກໍລະກົດນີ້, ຢູ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້.
ທ່ານນາງ ຈັນນວນ ສີປະເສີດ ປະທານຮ່ວມບໍລິສັດຢູດີຟາມ ກ່າວວ່າ: ບໍລິສັດພວກເຮົາ ສ້າງຕັ້ງຂຶ້ນໃນຕົ້ນປີ 2009 ຢູ່ບ້ານຫລັກ 49 ເມືອງໂພນໂຮງ ແຂວງວຽງຈັນ ດຳເນີນທຸລະກິດຟາມລ້ຽງ ໝູ, ງົວ ແລະ ໂຮງງານຜະລິດແກ໋ສຊີວະພາບ, ປັດຈຸບັນມີໝູແມ່ພັນຫລາຍກວ່າ 4.500 ໂຕ, ໝູພໍ່ພັນ
50 ກວ່າໂຕ ແລະແຕ່ລະເດືອນສາມາດສະໜອງລູກໝູອອກສູ່ຕະຫລາດໄດ້ຫລາຍກວ່າ 8 ພັນໂຕ, ແຕ່ກໍເຫັນວ່າຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນປະເທດໄດ້ພຽງພໍ, ຈຶ່ງຕ້ອງການທຶນຮອນເພື່ອຂະຫຍາຍທຸລະກິດໃຫ້ຫລາຍກວ່າເກົ່າເພື່ອຂະຫຍາຍກິດຈະການໃຫ້ເຕີບໂຕ ແລະສາມາດຮອງຮັບຄວາມຕ້ອງການຂອງຜູ້ບໍລິໂພກທັງເປັນການກະກຽມຄວາມພ້ອມເຂົ້າສູ່ການເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້, ຈຶ່ງໄດ້ຕົກລົງແຕ່ງຕັ້ງບໍລິສັດຫລັກຊັບ ເອພີເອັມລາວ ເປັນທີ່ປຶກສາທາງດ້ານການເງິນ ເພື່ອກຽມຄວາມພ້ອມ ແລະ ວາງແຜນທຸລະກິດໃຫ້ກັບບໍລິສັດ, ເຊິ່ງຂະນະນີ້ບໍລິສັດຢູ່ລະ ຫວ່າງການ ຈັດໂຄງສ້າງທາງທຸລະກິດ, ການເງິນ ແລະ ປັບປຸງມາດຕະຖານບັນຊີ ເພື່ອຮອງຮັບການລະດົມທຶນໃນ ຕະຫລາດຫລັກຊັບລາວໃຫ້ເຂັ້ມແຂງໝັ້ນຄົງ, ທັງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດໃນການຄ້ຳ ປະກັນສະບຽບອາຫານໃຫ້ມີມາດຕະຖານສາກົນ ແລະ ກ້າວສູ່ອຸດສະຫະກຳການກະ ເສດທີ່ທັນສະໄໝໃນອານາຄົດ.
    ອຳນວຍການບໍລິສັດຫລັກຊັບ ເອພີເອັມ ລາວ ກ່າວວ່າ: ພາຍຫລັງພວກເຮົາສຳເລັດການປັບໂຄງ ສ້າງດ້ານຕ່າງໆຂອງບໍລິສັດຢູດີຟາມແລ້ວ, ຊຶ່ງຄາດວ່າຈະສາມາດຍືນຂໍສະເໜີຂາຍຮຸ້ນສາມັນເພີ່ມ ທຶນຄັ້ງທຳອິດຕໍ່ສຳນັກງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບລາວ ໃນທ້າຍປີ 2016 ເພື່ອລະດົມທຶນໃນຕະຫລາດຫລັກຊັບລາວ ແລະ ຈະນຳເງິນທີ່ໄດ້ໄປຊ່ວຍສ້າງໂອກາດໃນການ ຂະຫຍາຍທຸລະກິດເພື່ອກ້າວຂຶ້ນເປັນຜູ້ນຳດ້ານອຸດສະຫະກຳການກະເສດທີ່ທັນສະໄໝຂອງປະເທດຕາມວິໄສທັດຂອງບໍລິສັດຢູດີຟາມກຳນົດໄວ້.

No comments:

Post a Comment