Ad

Ad

29 July 2015

ລັດຖະມົນຕີຊ່ວຍວ່າການກະຊວງ ຖວທ ໂອ້ລົມພະນັກງານສະຖານີໂທລະພາບລາວສຕາຣ໌



ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ວັນການ ພິມຈຳໜ່າຍຄົບຮອບ 65 ປີ (13 ສິງຫາ 1950-13 ສິງຫາ 2015) ໃນວັນທີ 28 ກໍລະກົດນີ້, ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະຫວັນຄອນ ຣາຊມຸນຕຣີ ພ້ອມຄະນະ, ໄດ້ໄປຢ້ຽມ ຢາມ ແລະ ໂອ້ລົມຄະນະອໍານວຍການ ແລະ ພະນັກງານສະຖານີໂທລະ ພາບລາວສະຕາຣ໌.
ໃນໂອກາດນີ້, ທ່ານ ສຸລະເພັດ ແກ້ວວຽງຄຳ ອຳນວຍການໂທລະພາບລາວສຕາຣ໌ ໄດ້ລາຍ ງານຕໍ່ລັດຖະມົນຕີຊ່ວຍວ່າ: ສະຖານີໂທລະພາບພວກເຮົາໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກຸມພາ 2007, ມີພາລະບົດບາດເປັນສື່ເອເລັກໂຕຣນິກໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ,
ເສດຖະກິດ, ວັດທະນະທຳອອກສູ່ສັງຄົມ, ຄຽງຄູ່ກັນນັ້ນກໍເຮັດໜ້າທີ່ສົ່ງເສີມການອະນຸລັກຮັກສາວັດ ທະນະທຳທີ່ເປັນເອກະລັກ ແລະ ມູນເຊື້ອອັນດີງາມຂອງຊາດກໍຄືຂອງປະຊາຊົນລາວບັນດາເຜົ່າໃຫ້ຢູ່ ຄຽງຄູ່ກັບຊາດລາວຕະຫລອດໄປ, ໂຄສະນາທ່າແຮງດ້ານການທ່ອງທ່ຽວລາວເພື່ອສ້າງສິ່ງດຶງດູດໃຈໃຫ້ ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວລາວໃຫ້ນັບມື້ຫລາຍຂຶ້ນ. ປັດຈຸບັນໂທລະພາບລາວສຕາຣ໌ ມີລາຍການອອກອາກາດທັງໝົດ 40 ລາຍການໃນນັ້ນລາຍການຜະ ລິດຈາກທາງນອກມີ 15 ລາຍການ, ອອກອາກາດໃນລະບົບດິຈິຕອນຜ່ານດາວທຽມໄທຄົມ 5 ລະບົບ C-Band ແລະ Ku-Band ສາມາດແຜ່ພາບອອກອາກາດໄດ້ 26 ປະເທດກວມພື້ນທີ່ທະວີບອາຊີ, ເອີຣົບ, ສະຫະລັດອາເມລິກາ ແລະ ການາດາແມ່ນສາມາດຮັບຊົມໄດ້ທົ່ວປະເທດ, ພ້ອມນີ້ຍັງສາມາດຮັບ ຊົມຜ່ານທາງລະບົບອິນເຕີເນັດໄດ້ນໍາອີກ.
    ໃນໂອກາດນີ້, ລັດຖະມົນຕີຊ່ວຍວ່າການໄດ້ໂອ້ລົມຊີ້ນໍາໃຫ້ຄະນະອໍານວຍການ ແລະ ພະນັກງານຂອງ ສະຖານີດັ່ງກ່າວ, ສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບຂອງລາຍການໃຫ້ດີກວ່າເກົ່າ, ໂດຍສະເພາະ ແມ່ນການໂຄສະນເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ວຽກດີຄົນເດັ່ນ, ສາລະໜ້າຮູ້ລວມເຖິງການເຄື່ອນໄຫວດ້ານຕ່າງໆຂອງສັງຄົມທີ່ມີລັກສະນະພົ້ນເດັ່ນ ແລະ ເປັນປະໂຫຍດເພື່ອດຶງດູດຜູ້ເບິ່ງຜູ້ຊົມໃຫ້ນັບມື້ຫລາຍຂຶ້ນ.

No comments:

Post a Comment