Ad

Ad

29 July 2015

ອາຊຽນ-ຈີນ ແລກປ່ຽນບົດຮຽນການຈັດສັນງົບເພື່ອຫລຸດຜ່ອນຄວາມທຸກຍາກ



ໃນວັນທີ 28 ກໍລະກົດນີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງ ວຽງຈັນ ໄດ້ມີ ກອງປະຊຸມແລກປ່ຽນບົດຮຽນອາຊຽນ-ຈີນ ດ້ານ ການພັດທະນາສັງຄົມ ແລະ ແກ້ໄຂຄວາມທຸກຍາກຄັ້ງທີ 9, ໂດຍການເປັນປະທານຂອງທ່ານ ບຸນເຮືອງ ດວງພະຈັນ ລັດຖະ ມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະ ນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ, ມີຜູ້ແທນຈາກບັນດາ ປະເທດສະມາຊິກອາຊຽນ-ຈີນ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມ ນຳດ້ວຍ.
ປະທານໄດ້ກ່າວເປີດກອງປະຊຸມວ່າ: ການແກ້ໄຂຄວາມທຸກຍາກແມ່ນບູລິມະສິດສຳຄັນຂອງ ລັດຖະບານລາວ, ຜ່ານມາຄວາມທຸກຍາກຢູ່ລາວໄດ້ຫລຸດລົງເປັນກ້າວໆ, ຕາມການສຳຫລວດໃຫ້ ເຫັນວ່າ: ອັດຕາຄວາມທຸກຍາກໄດ້ຫລຸດ ລົງຈາກ 27,6% ໃນປີ 2008 ມາເປັນ 23,2% ໃນປີ 2013 ແລະ
ປັດຈຸບັນຍັງມີບ້ານທຸກຍາກກວມ 20,5% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ, ມີແສນກວ່າຄອບ ຄົວໄດ້ບືນຕົວອອກຈາກສະພາບຄວາມທຸກຍາກ, ໂຄງລ່າງພື້ນຖານຊົນນະບົດໄດ້ຮັບ ການພັດທະ ນາເປັນກ້າວໆມາ, ອັນໄດ້ເອື້ອອຳນວຍໃຫ້ແກ່ວຽກງານຄ້ຳປະກັນສະບຽງອາຫານ ແລະ ສົ່ງເສີມການ ຜະລິດເປັນສີນຄ້າໃນທົ່ວປະເທດ, ແນວໃດກໍຕາມ, ຍັງມີສິ່ງທ້າທາຍໃຫຍ່ຫລວງສຳລັບການແກ້ໄ ຂຄວາມທຸກຍາກໃນຕໍ່ໜ້ານີ້ຕົ້ນຕໍຍັງແມ່ນການເຂົ້າເຖິງການບໍລິການດ້ານສາທາລະນະຄື: ເສັ້ນທາງ ແລະ ການສ້າງລາຍຮັບຂອງຄອບຄົວ, ເຊິ່ງທາງອອກຂອງການແກ້ໄຂບັນຫານີ້ກໍແມ່ນການສົ່ງເສີມ ໃຫ້ປະຊາຊົນໄດ້ເຂົ້າເຖິງສີນເຊື່ອ, ຊຶ່ງເປັນປັດໄຈສຳຄັນໃນການແກ້ໄຂຄວາມທຸກຍາກແບບ ຍືນຍົງຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມທັງຫັນ ປ່ຽນແບບແຜນການດຳລົງຊີວິດທີ່ເກົ່າແກ່ຫລ້າຫລັງໄປສູ່ວິທະຍາ ສາດ, ສ້າງລະບຽບວິໄນ ໃຫ້ປະຊາຊົນມີນ້ຳໃຈປະຢັດ ແລະ ນຳໃຊ້ຊັບສີນໃຫ້ມີປະສິດທິຜົນ, ຈາກຄວາມສຳຄັນດັ່ງ
ກ່າວລັດຖະບານລາວ ຈຶ່ງໄດ້ມີຄວາມພະຍາຍາມຊຸກຍູ້ສົ່ງເສີມ ແລະ ພັດທະນາການເງິນຊົນນະບົດ ແລະ ການເງິນຈຸລະພາກດ້ວຍການວາງນະໂຍບາຍ, ສ້າງສິ່ງເອື້ອອຳນວຍ ແລະ ປັບປຸງບັນດານິຕິກຳຕ່າງໆ, ພ້ອມທັງຈັດສັນງົບປະມານໃຫ້ແຕ່ລະເມືອງທຸກຍາກ ເພື່ອສ້າງກອງທຶນບ້ານ, ສ້າງຕັ້ງທະນາ ຄານນະໂຍບາຍສົ່ງເສີມການປ່ອຍສີນເຊື່ອໃຫ້ຜູ້ທຸກຍາກ ແລະ ສົ່ງເສີມຜູ້ປະກອບການທຸລະກິດ ຂະໜາດນ້ອຍ ແລະ ກາງຢູ່ຊົນນະບົດ. ມາຮອດປັດຈຸບັນໃນທົ່ວປະເທດມີສະຖາບັນການເງິນຈຸລະ ພາກປະມານ 70 ແຫ່ງ ແລະ ກອງທຶນບ້ານກວມປະມານ 82% ຂອງຈຳນວນບ້ານທັງໝົດ ໃນທົ່ວປະເທດສາມາດຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງສີນເຊື່ອເພື່ອທຳການຜະລິດເປັນສີນຄ້າໄດ້ເປັນຢ່າງດີ ແລະ ກ້າວໄປສູ່ການບັນລຸຄາດໝາຍສູ້ຊົນໃນການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ, ສ້າງບ້ານພັດທະນາ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດເທື່ອລະກ້າວ.

No comments:

Post a Comment