Ad

Ad

30 July 2015

ສະພາບ​ເສັ້ນທາງ​ຫລາຍ​ສາຍ​ເປ່​ເພ​ໜັກຜູ້​ເດີນທາງ​ຈົ່ງ​ມີ​ສະຕິ​ລະມັດລະວັງ



        ປັດຈຸບັນນີ້, ​ເນື່ອງຈາກສະພາບຝົນຕົກໜັກຢູ່ທົ່ວທຸກພາກຂອງປະເທດ ສົ່ງຜົນໃຫ້ເສັ້ນທາງຫລາຍສາຍໄດ້ຮັບຜົນກະທົບແລະເປ່ເພໜັກ, ບາງຍ່ານຖືກດິນພູເຈື່ອນຖົມເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ ຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່, ຜູ້ເດີນທາງຈົ່ງມີສະຕິລະວັງຕົວເພື່ອຫລີກເວັ້ນການເກີດອຸປະຕິເຫດ ຄືເສັ້ນທາງ 13 ​ເໜືອແມ່ນເລີ່ແຕ່ເຂດເມືອງວັງວຽງແຂວງວຽງຈັນໄປຫາເມືອງຊຽງເງິນແຂວງຫລວງພະບາງເຊິ່ງເປັນໄລຍະທາງເກົ່າແກ່ແລະເປັນເຂດພູສູງ ຈຶ່ງເປ່​​ເພໄດ້ງ່າຍ, ​ເສັ້ນທາງໄປສູ່ແຂວງໄຊສົມບູນເກີດສະພາບດິນພູເຈື່ອນຖົມຫລາຍຈຸດ ອັນເຮັດໃຫ້ ການສັນຈອນໄປມາຖືກຕັດຂາດເປັນບາງໄລຍະ, ສຳລັບເສັ້ນທາງເລກ 8 ​ແຕ່ເມືອງຄຳເກີດແຂວງບໍລິຄຳໄຊໄປຫາຊາຍແດນຫວຽດນາມແລະເສັ້ນທາງເລກທີ 12 ຈາກເມືອງທ່າແຂກແຂວງຄຳມ່ວນ ອອກສູ່ຊາຍແດນ
ຫວຽດນາມມີຫລາຍຈຸດກໍເກີດບັນຫາດິນເຈື່ອນຖົມແລະເສັ້ນທ້ອງຖິ່ນອີກຫລາຍສາຍກໍປະສົບສະພາບເປ່ເພຫລາຍ. ດັ່ງນັ້ນ ຈຶ່ງເຕືອນມາຍັງຜູ້ຮັບຜິດຊອບເອົາໃຈໃສ່ບູລະນະປົວແປງໃຫ້ທັນເວລາເພື່ອບໍ່ເຮັດໃຫ້ການຄົມມະນາຄົມຖືກຕັດຂາດ.
         ສະເພາະຢູ່ນະຄອນຫລວງວຽງຈັນກໍມີສະພາບດັ່ງກ່າວໂດຍສະເພາະເສັ້ນທາງເຂດຊານ​​ເມືອງ ຍ້ອນນ້ຳເຊາະ​​ເກີດເປັນບວກເປັນຂຸມເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ ຄືເສັ້ນທາງລຽບແຄມຂອງແຕ່ທ່າເດື່ອ-ສິມມະໂນ-ຄວາຍແດງໄປຮອດບ້ານພ້າວຕໍ່ໃສ່ເສັ້ນທາງ 13 ​ໃຕ້ ກໍເປ່ເພໜັກຈົນຈະໃຊ້ການບໍ່ໄດ້. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຂະແໜງຮັບຜິດຊອບເລັ່ງກວດກາແລະ ປົວແປງເພື່ອເສັ້ນທາງສາຍສຳຄັນນີ້ໃຊ້ງານໄດ້ທັງສອງລະດູ.

No comments:

Post a Comment