Ad

Ad

30 July 2015

ນຳ​ສະ​ເໜີໝໍ້​ໄຟລົດ ​ເຄວີ (KV)



     ໃນຕອນຄ່ຳວັນທີ 28 ກໍລະກົດນີ້, ບໍລິສັດ ຄອນໂຕໂນ (Contorno) ​ແລະ ບໍລິສັດໄທສະຕໍເລດແບັດຕາລີ້ (Thai Storage battery) ​ໄດ້ຈັດພິທີນຳສະເໜີໝໍ້ໄຟ ຍີ່ຫໍ້ເຄວີ,​ ຂຶ້ນຢູ່ໂຮງແຮມລັດສະໜີ ນະຄອນຫລວງວຽງຈັນ,​ ໂດຍຜູ້ບໍລິຫານການຈັດການ ບໍລິສັດ ຄອນໂທລໂນ, ຜູ້ຈັດການຝ່າຍການຕະຫລາດຕ່າງປະເທດ ບໍລິສັດໄທ ສະຕໍເລດແບັດຕາລີ້ ພ້ອມດ້ວຍຫ້າງຮ້ານຕ່າງໆຜູ້ເປັນຕົວແທນຈຳໜ່າຍໝໍ້ໄຟດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ.
     ຜູ້ບໍລິຫານການຈັດການ ບໍລິສັດ ຄອນໂທລໂນ ກ່າວວ່າ: ​ການນຳສະເໜີນີ້ ກໍເພື່ອ​​ສ້າງຄວາມຮູ້, ຄວາມເຊື່ອຖືຕໍ່ກັບໝໍ້ໄຟຍີ່ຫໍ້ເຄວີແລະການເພີ່ມຊ່ອງທາງຈຳໜ່າຍຜະລິດຕະພັນດັ່ງກ່າວໄດ້ຢ່າງກວ້າງຂວາງ​. ໝໍ້ໄຟ ທີ່ຜະລິດຈາກບໍລິສັດ
ດັ່ງກ່າວ ປະກອບມີ 3 ລຸ້ນຄື ໝໍ້ໄຟເຄວີ, 3 ​ເຄແລະໄທເກີ້ ເປັນໝໍ້ໄຟທີ່ອອກແບບ​​ມາໃຫ້ທຸກທ່ານ ນຳໃຊ້ຢ່າງສະດວກສະບາຍ, ປອດໄພ, ຄຸນນະພາບດີ, ບໍ່ຕ້ອງຕື່ມນ້ຳກັ່ນເລື້ອຍໆແລະ ມີຄວາມທົນທານສູງ, ສາມາດນຳໃຊ້ງານໄດ້ຍາວນານກວ່າຍີ່ຫໍ້ອື່ນໆ, ພິເສດທາງດ້ານໃນຂອງໝໍ້ໄຟຍີ່ຫໍ້ນີ້, ​​ແມ່ນ​​ເຮັດດ້ວຍແຜ່ນໃຍແກ້ວເໝາະແກ່ການນຳໃຊ້ເຂົ້າໃນເຄື່ອງຈັກໜັກແລະ ມີຄວາມສະດວກສະບາຍໃຫ້ແກ່ຜູ້ນຳໃຊ້ທຸກລະດັບ.

No comments:

Post a Comment