Ad

Ad

30 July 2015

ລັດຖະບານຈະເຂັ້ມງວດກວດກາ​ ແລະ ຄຸ້ມຄອງ​ປ້າຍ​ໂຄສະນາ​ໃຫ້ຖືກຕ້ອງຕາມລະບຽບ



        ທີ່ຜ່ານມາຢູ່ຕາມບັນດາຫ້າງຮ້ານ ແລະຫົວໜ່ວຍທຸລະກິດຕ່າງໆໄດ້ຕິດປ້າຍໂຄສະນາໃສ່ອາຄານບ້ານເຮືອນແລະ ສະຖານທີ່ບໍລິການຕ່າງໆຢ່າງຊະຊາຍໂດຍບໍ່ຄຳນຶງເຖິງຄວາມ​​ເປັນເອກະລັກຂອງຊາດ​, ​ຮີດຄອງປະເພນີແລະ ວັດທະນະທຳອັນດີງາມຂອງລາວສ້າງພາບພົດອັນບໍ່ດີໃຫ້ແກ່ບ້ານເມືອງເຮົາ ແລະ ກໍນັບວ່າໂຊກດີທີ່ລັດຖະບານໄດ້ຕັດສິນໃຈສັ່ງໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນບັນດາປ້າຍດັ່ງກ່າວ ພ້ອມທັງສັ່ງໃຫ້​​ເລີກຮື້ເມື່ອພົບເຫັນປ້າຍທີ່ບໍ່ຖືກຕ້ອງ.
            ພາຍຫລັງບັນຫາດັ່ງກ່າວໄດ້ນຳເຂົ້າພິຈາລະນາຢູ່ໃນກອງປະຊຸມລັດຖະບານເມື່ອມໍ່ໆມານີ້ ເພື່ອຮັບຮອງເອົາດຳລັດວ່າດ້ວຍປ້າຍເພື່ອດຳເນີນການ ຕິດຕາມ, ກວດກາ ແລະ ຄຸ້ມຄອງປ້າຍໃຫ້ມີລັກສະນະຊາດ, ກ້າວໜ້າແລະ ມະ ຫາຊົນແນໃສ່ເຮັດໃຫ້ການດຳເນີນການດັ່ງກ່າວມີຄວາມເປັນ​​ເອກະ
ພາບໃນທົ່ວປະເທດ, ຮັບປະກັນຄວາມເປັນເອກະ ລາດ, ອະທິປະໄຕແລະ ຄວາມໝັ້ນຄົງຂອງຊາດ ທັງສອດຄ່ອງກັບມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຊົນເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ສາມາດເຊື່ອມໂຍງກັບພາກພື້ນແລະ
ສາກົນ. ​ຮ່າງດຳລັດດັ່ງກ່າວນີ້ ກອງປະຊຸມໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງປັບປຸງຕື່ມຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານເປັນຕົ້ນການນຳໃຊ້ຕົວອັກສອນໃນການໂຄສະນາຕ້ອງນຳໃຊ້ພາສາລາວເປັນກົກຂຽນຂຶ້ນເທິງ ສ່ວນພາສາອື່ນໃຫ້ຂຽນເປັນຕົວນ້ອຍກວ່າຢູ່ທາງລຸ່ມພາສາລາວ, ການກຳນົດຂະໜາດແລະ ບ່ອນຕິດຕັ້ງປ້າຍໃຫ້ສອດຄ່ອງກັບຜັງເມືອງ, ​ເນື້ອໃນປ້າຍຕ້ອງໃຫ້ສອດຄ່ອງກັບແນວທາງນະໂຍບາຍ ທັງເປັນການຊຸກຍູ້ສົ່ງເສີມແລະ ຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ.
          ພາຍຫລັງມີດຳລັດສະບັບນີ້ອອກມາພາກສ່ວນກ່ຽວຂ້ອງຈະຕ້ອງໄດ້ເຂັ້ມງວດ, ກວດກາຕາມສິດແລະ ໜ້າທີ່ຂອງຕົນເພື່ອເຮັດແນວໃດໃຫ້ບັນດາປ້າຍໂຄສະນາແຕ່ລະປະເພດກ້າວເຂົ້າສູ່ຄວາມເປັນລະບຽບແລະເປັນເອກະພາບ​​ໃນທົ່ວປະເທດ.

No comments:

Post a Comment