Ad

Ad

30 July 2015

ທີມ​ຄົ້ນຫາພາກພື້ນດິນພົບຈຸດ​ຕົກຂອງຍົນແຮລີກົບແຕ MI-17 ແລ້ວ



ຄະນະສະເພາະກິດແລະ ກໍາລັງກອບກູ້ພາກພື້ນດິນກະຊວງປ້ອງກັນປະເທດລາວຢືນຢັນ​​ໃນວັນທີ 29 ກໍລະ ກົດ 2015 ນີ້ວ່າ: ​​ໃນຕອນເຊົ້າຂອງວັນທີ 29 ກໍລະກົດນີ້ເຈົ້າໜ້າທີ່ສະເພາະກິດສາມາດພົບເຫັນສັນຍານແລະ ຈຸດເກີດອຸບັດເຫດ​​ຍົນ Mi-17 ຂອງກອງທັບຕົກຢູ່ທາງທິດເໜືອຂອງບ້ານຫລວງພັນໄຊເມືອງລ່ອງແຈ້ງແຂວງໄຊສົມບູນປັດຈຸບັນນີ້ເຈົ້າໜ້າທີ່ສະເພາະກິດແລະກໍາລັງກອບກູ້ພາກພື້ນດິນພວມມຸ້ງໜ້າເຂົ້າຫາຈຸດເກີດເຫດແລະເລັ່ງຊອກຄົ້ນຫາຍົນດັ່ງກ່າວທາມກາງສະພາບອາກາດທີ່ບໍ່ເອື້ອອໍານວຍແລະເສັ້ນທາງເຂົ້າເຖິງຈຸດເກີດເຫດປະກອບມີພູຜາປ່າດົງຕືບໜາ, ຄາດວ່າຈະພົບເຫັນຍົນລໍາດັ່ງກ່າວໃນໄວໆນີ້.
ຍົນລໍາດັ່ງກ່າວ, ໄດ້ບິນຂຶ້ນຈາກນະຄອນຫລວງວຽງຈັນໃນເວລາ 13:10 ​​ໂມງຂອງວັນທີ 27 ກໍລະກົດ 2015 ເພື່ອໄປປະຕິບັດໜ້າທີ່ຢູ່ແຂວງຊຽງຂວາງ-ຫົວພັນເມື່ອບິນໄປໄດ້ໄລຍະໜຶ່ງສູນຄວບຄຸມການບິນບໍ່ສາມາດຕິດຕໍ່ສື່ສານກັບຍົນລຳດັ່ງກ່າວເຊິ່ງມີຈຸບິນ 4 ຄົນແລະຜູ້ໂດຍສານ 19 ຄົນ.  

No comments:

Post a Comment