Ad

Ad

20 July 2015

ຂະ​ແໜງ​ການ​​ອ້ອມ​ຂ້າງ​ນ້ຳຊວງ​ຮ່ວມ​ປ່ອຍ​ປາ​ສູ່​ວັງ​ນ້ຳທຳ​ມະ​ຊາດ



ໃນວັນທີ 17 ກໍລະກົດນີ້, ຂະ ແໜງການຕ່າງໆອ້ອມຂ້າງນ້ຳຊວງເຊັ່ນ: ເມືອງ ນາຊາຍທອງ, ວິ ທະຍາຄານທະຫານນ້ຳຊວງ ແລະ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເຂົ້າຮ່ວມພິທີປ່ອຍປາລົງສູ່ວັງ ນ້ຳທຳມະຊາດຢູ່ເຂດນ້ຳຊວງ ເຊິ່ງ ປາທີ່ນຳໄປປ່ອຍສະເພາະຢູ່ທ່າ ບ້ານສີວິໄລ ທີ່ຂຶ້ນກັບກຸ່ມໂພນທອງ ມີຈຳນວນ 370.000 ກວ່າໂຕ, ສ່ວນຢູ່ເຂດວິທະຍາຄານປ້ອງກັນ ຊາດອ່າງນ້ຳຊວງ ແລະ ຕອນເໜືອ ຂອງອ່າງນ້ຳຊ່ວງທີ່ຂຶ້ນກັບເມືອງ ໂພນໂຮງມີປາຖືກປ່ອຍຫລາຍກວ່າ ແສນໂຕ ເຊິ່ງປະກອບມີປາປາກ, ປາໄນ, ປານວນຈັນ, ປາຫົວໃຫຍ່ ແລະ ປານິນ ເຊິ່ງອ່າງນ້ຳຊ່ວງນັບ ວ່າເປັນອ່າງເກັບນ້ຳໃຫຍ່ແຫ່ງໜຶ່ງຂອງນະຄອນຫລວງວຽງຈັນ ມີໃນ ເນື້ອທີ່ທັງໝົດ 12 ກິໂລຕາແມັດ ສາມາດບັນຈຸນ້ຳໄດ້ 35 ລ້ານແມັດ ກ້ອນເພື່ອຮັບໃຊ້ການລະບາຍນ້ຳ ຫົດເນື້ອທີ່ປູກເຂົ້າ ແລະ ພືດຜັກ
ອື່ນໆນັບເປັນຈຳນວນຫລາຍຮ້ອຍ ເຮັກຕາ ແລະ ນອກຈາກນີ້ ກໍຍັງ ກາຍເປັນອ່າງນ້ຳທີ່ມີປູປາ ແລະ ສັດນ້ຳຕ່າງໆອາ ໄສຢູ່ສາມາດສະໜອງປາປ້ອນໃຫ້ຕະຫລາດນະຄອນຫລວງ, ແຂວງວຽງຈັນໃນ ແຕ່ລະປີນັບເປັນຈຳນວນຫລາຍ ຮ້ອຍໂຕນ. ດັ່ງນັ້ນ ເພື່ອຮັບປະກັນ ໃຫ້ແກ່ຝູງປາຢູ່ໃນວັງນ້ຳແຫ່ງນີ້ມີ ຄວາມອຸດົມສົມບູນ ແລະ ບໍ່ບົກ ແຫ້ງຈັກເທື່ອທາງນະຄອນຫລວງວຽງຈັນກໍໄດ້ຖືສຳຄັນໃນການ ປ່ອຍປາລົງສູ່ວັງນ້ຳໃຫ້ນັບມື້ມີຄວາມອຸດົມສົມບູນຫລາຍຂຶ້ນ, ພ້ອມ ທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ ດຳລົງຊີວິດຢູ່ອ້ອມຂ້າງນ້ຳຊ່ວງໄດ້ເອົາໃຈໃສ່ໃນການປົກປັກຮັກສາ ຝູງປາທຳມະຊາດໃຫ້ລະເວັ້ນການຫາປາແບບດັບສູນເປັນຕົ້ນແມ່ນໄລຍະປາຂຶ້ນວາງໄຂ່, ຂໍໃຫ້ຫລຸດ ຜ່ອນການຫາປາໃນນີ້ສິ່ງທີ່ໜ້າເປັນຫ່ວງແມ່ນການສວຍໂອກາດໃຊ້ ຢາເບືອ, ໄຟຟ້າຊ໊ອດ, ໃຊ້ລະເບີດ ແລະ ອື່ນໆເຂົ້າໃນການຈັບປາເຮັດ ໃຫ້ຝູງປາຢູ່ໃນວັງນ້ຳມີຈຳນວນ ຫລຸດລົງໃນແຕ່ລະປີເປັນຈຳນວນຫລາຍ. ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ໃນປີນີ້ໄດ້ວາງ ແຜນການໃຫ້ທົ່ວປະເທດປ່ອຍປາ ລົງສູ່ວັງນ້ຳຫລາຍກວ່າ 35 ລ້ານ ໂຕເຊິ່ງນັບວ່າເປັນໜ້າເພິ່ງພໍໃຈທີ່ ການປ່ອຍປາໃນປີນີ້ໄດ້ກາຍເປັນ ຂະບວນກວ້າງຂວາງກວ່າທຸກປີ ນັບທັງສູນກາງ ແລະ ທ້ອງຖິ່ນ, ແຕ່ບັນຫາສຳຄັນຂໍໃຫ້ອຳນາດ ການປົກຄອງທ້ອງ ຖິ່ນຈຸດໜັກແມ່ນບ້ານສາມສ້າງກຸ່ມບ້ານພັດທະນາ ຕ້ອງເອົາໃຈໃສ່ສ້າງສະຕິທາງດ້ານກົດໝາຍການປະມົງໃຫ້ປະຊາ ຊົນມີຄວາມເຂົ້າໃຈຕໍ່ການຈັບປາໃນ ລະດູຝົນເຊິ່ງນັບແຕ່ເດືອນກໍລະກົດຫາເດືອນສິງຫາແມ່ນເປັນໄລຍະທີ່ປາຂຶ້ນວາງໄຂ່. ດັ່ງນັ້ນຄວນຫລຸດຜ່ອນການຫາປາແບບຊະຊາຍ.

No comments:

Post a Comment