Ad

Ad

20 July 2015

ຄຸນສົມບັດ ແລະ ຈັນຍາບັນຂອງຄູລາວ



   ຄືດັ່ງຮູ້ນຳກັນແລ້ວວ່າ: ຄູ ແມ່ນອາຊີບທີ່ມີຄວາມສຳຄັນຕໍ່ການພັດທະນາຊັບພະ ຍາກອນມະນຸດຂອງຊາດ, ເປັນຜູ້ສິດສອນ ແລະ ຖ່າຍທອດວິຊາຄວາມຮູ້, ຄວາມ ສາມາດຕ່າງໆແກ່ນັກຮຽນ-ນັກສຶກສາໃຫ້ກາຍເປັນບຸກຄະລາກອນທີ່ດີ ແລະ ເກັ່ງ ເພື່ອມາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ຍ້ອນຄວາມສຳຄັນແນວ ນັ້ນໃນວັນຄູແຫ່ງຊາດ 7 ຕຸລາຂອງທຸກໆປີຈຶ່ງໄດ້ຈັດໃຫ້ມີການສະເຫລີມສະ ຫລອງຢ່າງເປັນຂະບວນ ຟົດຟື້ນໃນທົ່ວປະເທດ.
    ປັດຈຸບັນມີຜູ້ຍຶດຖືອາຊີບຄູເປັນຈຳນວນບໍ່ໜ້ອຍສິດສອນຢູ່ຕາມສະຖາບັນການສຶກສາຕ່າງໆນັບທັງພາກລັດ ແລະ ເອກະຊົນ,ແຕ່ມີຫລາຍຄົນຈະຮູ້ຫລືບໍ່ວ່າອາຊີບຄູນັ້ນມັນຕ້ອງ ພຽບພ້ອມໄປດ້ວຍຄຸນສົມບັດ ແລະ ຈັນຍາບັນຄືແນວໃດທີ່ແຕກ ຕ່າງຈາກອາຊີບອື່ນ ແລະ ງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາວ່າດ້ວຍຄຸນສົມບັດ
ແລະ ຈັນຍາບັນຂອງຄູໄດ້ລະບຸວ່າ:ຜູ້ທີ່ເປັນຄູຕ້ອງມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຢ່າງຖືກຕ້ອງ ແລະ ປະດສ້າງ, ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫລອມຕົນເອງ ທາງດ້ານທິດສະດີການເມືອງເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ການສິດສອນໃຫ້ມີຜົນສຳເລັດ, ເປັນແບບຢ່າງປະຕິບັດ ພັນທະພົນລະເມືອງ, ຫ້າວຫັນປະກອບສ່ວນເຄື່ອນໄຫວທາງການເມືອງ ແລະ ສັງຄົມ, ຮັກອາຊີບ, ມີສະຕິຮັກສາກຽດສັກສີ ແລະ ຈັນຍາບັນຂອງຄູ, ມີຄວາມສາມັກຄີ, ມີນ້ຳໃຈເອື້ອເຟື້ອເພື່ອແຜ່ຕໍ່ເພື່ອນຮ່ວມອາຊີບ, ມີນ້ຳໃຈມະນຸດສະທຳ, ມີມາລະຍາດອ່ອນຫວານ-ຄ່ຽມຄົມ, ໃຫ້ການສຶກສາອົບຮົມ ແລະ ສິດສອນຢ່າງສະເໝີພາບ, ປະເມີນຕີລາຄາຖືກ ຕ້ອງເປັນທຳຕໍ່ຄວາມສາມາດຂອງຜູ້ຮຽນ, ມີຄວາມຊື່ສັດບໍລິສຸດ, ປະຢັດມັດທະຍັດ,ທ່ຽງທຳ, ບໍ່ໂລບມາກໂລພາ, ບໍ່ສໍ້ລາດບັງຫລວງ, ຕ້ານພະຍາດອ້າງແຕ່ຜົນງານ, ເອົາໃຈໃສ່ຊອກຮູ້ຮ່ຳຮຽນເພື່ອພັດທະນາຍົກລະດັບຕົນ ເອງດ້ານວິຊາສະເພາະ, ພາສາຕ່າງປະເທດ, ດ້ານຂໍ້ມູນຂ່າວສານ ແລະ ຕັກໂນໂລຊີ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບ ໝາຍໃຫ້ສຳເລັດສູງ ແລະ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະ ນາການສຶກສາຂອງຊາດ, ບໍ່ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອການກະທຳທີ່ຜິດລະບຽບກົດໝາຍ ຫລື ສ້າງຄວາມຫຍຸ້ງ ຍາກໃຫ້ແກ່ຜູ້ຮຽນ ແລະ ປະຊາຊົນ, ບໍ່ສໍ້ໂກງໃນການສຶກສາຮ່ຳຮຽນ, ການຄົ້ນຄວ້າວິທະຍາສາດເພື່ອຜົນປະໂຫຍດຕົນເອງ, ບໍ່ມີການສອນເພີ່ມ-ຮຽນເພີ່ມນອກລະບຽບການ, ບໍ່ສ້າງກຸ່ມ, ພັກພວກ ທີ່ພາໃຫ້ເກີດການແຕກແຍກຄວາມສາມັກຄີ ຫລື ນຳໃຊ້ສະຖານທີ່ການສຶກສາເປັນບ່ອນໂຄສະນາຊວນເຊື່ອຮູບແບບຕ່າງໆທີ່ຝືນຕໍ່ທັດສະນະ ແລະ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ບໍ່ເອົາຊັບສີນສ່ວນລວມໄປສວຍໃຊ້ເພື່ອຜົນປະໂຫຍດ
ບຸກຄົນ ແລະ ບໍ່ເຊື່ອງົມງວາຍ-ຫລ້າຫລັງ ແລະ ບໍ່ກະທຳສິ່ງທີ່ຜິດຕໍ່ປະເພນີອັນດີງາມຂອງຊາດ. ສະນັ້ນ ເມື່ອຮູ້ແນວນີ້ແລ້ວຜູ້ມີອາຊີບຄູທຸກຄົນກໍຕ້ອງມີຄວາມພາກພູມໃຈ ແລະ ຮັກໃນອາຊີບຂອງຕົນ, ເພື່ອໃຫ້ສົມກັບນາມມະຍົດທີ່ວ່າ ແມ່ພີມຂອງຊາດ”.

No comments:

Post a Comment