Ad

Ad

17 July 2015

ກອງ​ປະຊຸມ​ໃຫຍ່ຄັ້ງທີ IV ຂອງອົງຄະ​ນະ​ພັກກະຊວງ​ໂຍທາ​ທິການ-ຂົນ​ສົ່ງໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ



ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງໂຍທາທິການແລະ ຂົນສົ່ງ (ຍທຂ) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດນີ້, ຢູ່ນະຄອນຫລວງວຽງຈັນ,​ ໂດຍການເປັນປະທານຂອງສະຫາຍ ດຣ ບຸນຈັນ ສີນທະວົງ ເລຂາຄະນະ ພັກ, ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສົມສະຫວາດເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດການຜະລິດແລະ ຈໍລະຈອນ, ມີບັນດາຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກຈຳນວນ 606 ສະຫາຍຈາກໜ່ວຍພັກອ້ອມຂ້າງກະ ຊວງດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງໂຍທາທິການແລະ ຂົນສົ່ງກ່າວວ່າ: ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ຍທຂ ແຕ່ປີ 2012 ​ເປັນຕົ້ນມາ, ຄະນະພັກໄດ້ຊີ້ນຳ-ນຳພາທົ່ວຂະແໜງການຂອງ
ຕົນຈັດຕັ້ງປະຕິບັດແນວທາງຂອງພັກທີ່ຖືເອົາຂະແໜງ ຍທຂເປັນປາຍແຫລມຂອງຂະບວນການສ້າງເສດຖະກິດແຫ່ງຊາດ,​ ເຊິ່ງສາມາດຍາດໄດ້ຜົນງານຫລາຍດ້ານ ແລະ ເປັນປັດໄຈພື້ນຖານໃນການຊຸກຍູ້ການເຕີບໃຫຍ່ຂອງເສດຖະກິດແຫ່ງຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກແລະ ກຽມຄວາມພ້ອມຕໍ່ການເຊື່ອມໂຍງກັບປະເທດພາກພື້ນ, ​ແນໃສ່ບັນລຸເປົ້າໝາຍສະຫັດສະວັດແລະເຮັດໃຫ້ປະເທດຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສຳລັບຄາດໝາຍການຈັດຕັ້ງແຜນພັດທະນາ 5 ປີ(2016-2020) ຂອງຂະແໜງ ຍທຂແມ່ນພາຍໃຕ້ຄຳຂວນວ່າສ້າງບາດກ້າວບຸກທະລຸໃຫ້ແຂງແຮງຕື່ມອີກເພື່ອຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກໃນການພັດທະນາພື້ນຖານໂຄງລ່າງ, ການບໍລິການດ້ານຍທຂຢ່າງເປັນລະບົບແລະ ທັງມີປະສິທິພາບສູງທາງດ້ານເສດຖະກິດ”.
ສະຫາຍເລຂາຄະນະພັກກະຊວງດັ່ງກ່າວໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນຕະຫລອດ 4 ປີຜ່ານມາມີລະບົບຕາໜ່າງເສັ້ນທາງຍາວ 51.500 ກວ່າກິໂລແມັດ,​ ເພີ່ມຂຶ້ນ​ 8 ພັນກິໂລແມັດ,​ ໃນນີ້ມີທາງປູຢາງໄປເຖິງທຸກເທສະບານແຂວງ, ມີເສັ້ນທາງປູຢາງແລະ ທາງດິນແດງທຽວໄດ້ສອງລະດູເຂົ້າເຖິງທຸກແຂວງແລະ 148 ​ເມືອງໃນທົ່ວປະເທດ. ນອກນີ້​, ຍັງໄດ້ເອົາໃຈໃສ່ພັດທະນາເສັ້ນທາງຄົມມະນາຄົມ-​ຂົນສົ່ງເຊື່ອມໂຍງພາຍໃນແລະ ບັນດາປະເທດໃກ້ຄຽງຕາມແລວເສດຖະກິດໃນອະນຸພາກພື້ນໄດ້ມາດຕະຖານສາກົນຈຳນວນໜຶ່ງ, ເຮັດໃຫ້ການຂົນສົ່ງສິນຄ້າມີຄວາມສະດວກໂລ່ງລຽນຕະຫລອດປີ, ສໍາລັບບໍລິມາດການຂົນສົ່ງໂດຍສານໃນປີ 2014 ມີ​​ປະມານ 50 ລ້ານເທື່ອຄົນເພີ່ມຂຶ້ນ 10% ຕໍ່ປີ, ສ່ວນບໍລິມາດການຂົນສົ່ງສິນຄ້າບັນລຸໄດ້ 4,78 ລ້ານໂຕນເພີ່ມຂຶ້ນ 8% ຕໍ່ປີ ແລະ ປັດຈຸ ບັນມີເສັ້ນທາງຂົນສົ່ງໂດຍສານພາຍໃນປະເທດຫລາຍກວ່າ 100 ສາຍແລະຂົນສົ່ງຜ່ານແດນລະຫວ່າງປະເທດ 67 ສາຍ,​ ໄດ້ມີການສຳຫລວດສະພາບການຈະລາຈອນໃນຕົວເມືອງໃຫຍ່, ພ້ອມທັງກຳນົດມາດຕະການແກ້ໄຂສະພາບແອອັດແລະ ຫລຸດຜ່ອນຄວາມສ່ຽງຕໍ່ການເກີດອຸບັດເຫດຕາມທ້ອງຖະໜົນແລະເສັ້ນທາງຫລວງແຫ່ງຊາດໄດ້ດີສົມ ຄວນ.
ກອງປະຊຸມຄັ້ງນີ້​​ຈະດຳເນີນໄປເປັນເວລາ 2 ວັນແລະ ຈະໄດ້ປ່ອນບັດ​​ເລືອກເອົາຄະນະບໍລິຫານງານພັກກະ ຊວງ ຍທຂ ຊຸດໃໝ່ແລະເລືອກເອົາຜູ້ແທນສົມບູນ-ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະມີຂຶ້ນໃນຕໍ່ໜ້ານີ້.

No comments:

Post a Comment