Ad

Ad

28 August 2015

ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເນັ້ນກະສິກຳສ້າງພື້ນຖານໃຫ້ເຂັ້ມແຂງ

ເມື່ອໃດພື້ນຖານກະສິກຳຢູ່ປະເທດເຮົາບໍ່ເຂັ້ມແຂງພວກເຮົາກໍບໍ່ສາມາດເອົາປະເທດຫລຸດພົ້ນອອກຈາກຄວາມດ້ວຍພັດທະນາໄດ້ນີ້ແມ່ນຄຳເຫັນບາງຕອນຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈໍລະຈອນໃນໂອກາດໂອ້ລົມຕໍ່ພິທີມອບ-ຮັບໜ້າທີ່ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ຄົນໃໝ່ເມື່ອບໍ່ດົນມານີ້.
             ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ປັດຈຸບັນ, ຫລາຍປະເທດທີ່ມີການພັດທະນາສູງ, ມີຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝຍັງຖືເອົາວຽກງານກະສິກຳເປັນພື້ນຖານສຳຄັນຂອງການພັດທະນາເສດຖະກິດຂອງປະເທດ, ທັງແມ່ນຕົວຕັດສີນຊີ້ຂາດຄວາມຢູ່ດີກິນດີຂອງປະຊາຊົນ ແລະ ປະເທດພວກເຮົາກໍເຊັ່ນດຽວກັນ, ພັກ ແລະ ລັດຖະບານໄດ້ກຳນົດເປົ້າໝາຍໄວ້ຄື: ແຕ່ນີ້ຮອດປີ 2020 ຕ້ອງນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ຊຶ່ງການຫລຸດພົ້ນອອກຈາກຄວາມດ້ອຍພັດທະນານັ້ນກໍໝາຍ
ເຖິງການມີສະບຽບອາຫານທີ່ພຽງພໍ, ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝເພື່ອສາມາດເຮັດໃຫ້ກາຍເປັນປະເທດມີລາຍຮັບປານກາງສູງໃນປີ 2030. ຂະນະທີ່ປັດຈຸບັນ 80% ຂອງປະຊາກອນລາວແມ່ນຊາວກະສິກອນ, ດັ່ງນັ້ນ ວຽກງານກະສິກຳຍິ່ງມີບົດບາດສຳຄັນຫລາຍໃນໂຄງປະກອບເສດຖະກິດແຫ່ງຊາດ. ໃນເງື່ອນໄຂແຫ່ງການເຊື່ອມໂຍງ ແລະ ຮ່ວມມືສາກົນ, ໂດຍສະເພາະການເປັນສະມາຊິກຂອງອົງການການຄ້າໂລກ(WTO) ແລະ ການກະກຽມເຂົ້າເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້, ຍິ່ງຮຽກຮ້ອງໃຫ້ພວກເຮົາເຮັດແບບລຳພັງໂດດດຽວບໍ່ໄດ້, ໝາຍວ່າຕ້ອງໄດ້ມີການແກ່ງແຍ່ງແຂ່ງຂັນກັບຫລາຍປະເທດທີ່ມີຖານການຜະລິດໜຶ່ງດຽວ, ເປັນຕະຫລາດໜຶ່ງດຽວ ແລະ ກຳແພງພາສີກໍນັບມື້ຫລຸດໜ້ອຍລົງ, ຊຶ່ງຢາກສາມາດແຂ່ງຂັນໄດ້ແນວນັ້ນພວກເຮົາຕ້ອງໄດ້ຄຳນຶງເຖິງປັດໃຈຕົ້ນຕໍ່ຄື: ຕົ້ນທຶນການຜະລິດຕ້ອງຕ່ຳ, ສິນຄ້າມີຄຸນນະພາບດີ ແລະ ມີມາດຕະຖານລະດັບພາກພື້ນ ແລະ ສາກົນ. ດັ່ງນັ້ນມັນຈຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ເພີ່ມທະວີການຄົ້ນຄວ້າຢ່າງເລິກເຊິ່ງ, ມີການປະດິດສ້າງໃໝ່, ຮູ້ໝູນໃຊ້ເຕັກນິກ-ເຕັກໂນໂລຊີອັນໃໝ່ ເພື່ອໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂຂອງປະເທດ, ຄຽງຄູ່ກັນນັ້ນຢູ່ບັນດາສູນ, ສະຖານີຄົ້ນຄວ້າ ແລະ ບໍລິ ການເຕັກນິກຕ່າງໆຕ້ອງມີການເຄື່ອນໄຫວຢ່າງແຂງແຮງເພື່ອໃຫ້ສາມາດຮອງຮັບການພັດທະນາກະສິກຳໃນໄລຍະໃໝ່ ແລະ ທົນທານຕໍ່ສະພາບອາກາດມີການປ່ຽນແປງເຊັ່ນ: ໄພພິບັດທາງທຳມະຊາດ ແລະ ການລະບາດຂອງພະຍາດສັດ ແລະ ສັດຕູພືດອື່ນໆ.

            ຮອງນາຍົກລັດຖະມົນຕີ ກ່າວວ່າ: ຢາກເຮັດໄດ້ຕາມເປົ້າໝາຍກຳນົດໄວ້ຄືແນວນັ້ນ, ກ່ອນອື່ນໝົດພວກເຮົາຕ້ອງບຸກທະລຸທາງດ້ານຈິນຕະນາການ, ຕ້ອງປົດປ່ອຍແນວຄິດເກົ່າຮັກສາເດີມ, ຕ້ອງຫັນປ່ຽນການຜະລິດແບບເກົ່າໄປສູ່ແບບໃໝ່ທີ່ນຳໃຊ້ເຕັກນິກ-ວິທະຍາສາດ, ສຸມໃສ່ການຄົ້ນຄວ້າຈຸດພິເສດ, ທ່າແຮງຂອງການປູກ-ການລ້ຽງໃນແຕ່ລະເຂດຂອງປະເທດຢ່າງເໝາະສົມ, ສ້າງພື້ນຖານທາງດ້ານວັດຖຸເຕັກນິກເພື່ອຄ້ຳປະກັນໃຫ້ການກະສິກຳຂອງປະເທດມີການພັດທະນາແບບຍືນຍົງ, ຫລຸດຜ່ອນການນຳໃຊ້ສານເຄມີ, ສົ່ງເສີມການຜະລິດກະສິກຳສະອາດ, ປອດສານພິດ ແລະ ເປັນມິດກັບສິ່ງແວດລ້ອມໃຫ້ຫລາຍຂຶ້ນ, ເພີ່ມທະວີການຮ່ວມມືກັບບັນດາປະເທດ ເພື່ອຍາດແຍ່ງບົດຮຽນ, ທຶນ ຮອນ, ເຕັກນິກ ແລະ ວິຊາການດ້ານກະສິກຳໃຫ້ຫລາຍກວ່າເກົ່າເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ແລະ ສິ່ງສຳຄັນແມ່ນເຮັດໃຫ້ວຽກງານກະສິກຳກາຍເປັນພື້ນຖານອັນໜັກແໜ້ນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ສາມາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມເປົ້າໝາຍຂອງພັກ ແລະ ລັດຖະບານກຳນົດໄວ້.

No comments:

Post a Comment