Ad

Ad

31 August 2015

ນຳແສງສະຫວ່າງມາສູ່ຜູ້ທຸກຍາກ

ໃນລະຫວ່າງວັນທີ 24-28 ສິງຫາ 2015 ນີ້ສະຫະພັນນັກຮົບເກົ່ານະຄອນຫລວງວຽງຈັນຮ່ວມກັບສະຫະພັນນັກຮົບເກົ່ານະຄອນໂຮ່ຈີມິງ ແລະ ທະນາຄານ Vietinbank ໄດ້ປະສານສົມທົບກັບໂຮງໝໍປົວຕານະຄອນໂຮ່ຈີມິງດຳເນີນການກວດ, ປິ່ນປົວ ແລະ ຜ່າຕັດຕາໂດຍບໍ່ເສຍຄ່າໃຫ້ແກ່ຜູ້ທຸກຍາກທ່ີເປັນແກ່ນຕາຂຸ້ນ, ຕໍ້ຕາ ແລະ ອື່ນໆຂຶ້ນຢູ່ນະຄອນຫລວງວຽງຈັນ.
ເຊິ່ງມີຄະນະແພດໝໍຈາກໂຮງໝໍປິ່ນປົວຕາ ນະຄອນໂຮ່ຈີມິງ ຈຳນວນ  24 ຄົນ, ນຳໂດຍທ່ານຮອງສາສະດາຈານ ດຣ. ເຈິ່ນແອ໊ງຕວ໋ນ, ອຳນວຍການໂຮງໝໍດັ່ງກ່າວ ແລະ ໄດ້ປະສານສົມທົບກັບໂຮງໝໍປິ່ນປົວຕາຂອງລາວດຳເນີນໄດ້ຊ່ວຍຜ່າຕັດຕາໂດຍບໍ່ເສຍຄ່າໃຫ້ແກ່ຄົນເຈັບກວ່າ 70 ກໍລະນີທ່ີເປັນແກ່ນຕາຂຸ້ນມາຫລາຍປີແລ້ວ , ເຊິ່ງການຜ່າຕັດຄັ້ງນີ້ໄດ້ນຳເອົາແສງສະຫວ່າງ, ຄວາມດີໃຈລົ້ນເຫລືອ ແລະ ຄວາມສຸກທ່ີຫາອັນປຽບບໍ່ໄດ້ມາໃຫ້່ຄົນເຈັບ, ແລະຄອບຄົວຂອງເຂົາເຈົ້າ.

ທ່ານ ນູສວມ ແສງສຸລິດ ປີນີ້ອາຍຸ 75 ປີເປັນໜຶ່ງໃນຄົນເຈັບທ່ີໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າຈາກຄະນະແພດຫວຽດນາມ ໃນຄັ້ງນີ້ໃຫ້ຮູ້ວ່າ: ຕົນເປັນແກ່ນຕາຂຸ້ນມາໄດ້ 7 ປີແລ້ວ, ເຮັດໃຫ້ການເຄື່ອນໄຫວໄປມາພົບກັບຄວາມຫຍຸ້ງຍາກຫລາຍ, ລຳບາກຫລາຍ ແລະ ທັງສ້າງພາລະອັນໜັກໜ່ວງໃຫ້ຄອບຄົວ, ມາມື້ນີ້ຄະນະແພດຈາກຫວຽດນາມໄດ້ນຳເອົາແສງສະຫວ່າງມາສູ່ຕົນເອງອີກຄັ້ງໜຶ່ງໂດຍບໍ່ຄິດມາກ່ອນແລະດີໃຈຫລາຍ ແລະ ຂໍຂອບໃຈນຳບັນດາຄະນະແພດຫວຽດນາມທ່ີໄດ້ຊ່ວຍນຳເອົາແສງສະຫວ່າງມາໃຫ້ຄົນຕາມືດຕາຟາງດັ່ງພວກເຮົາໄດ້ມອງເຫັນອີກເທື່ອໜຶ່ງ. ນີ້ເປັນຄັ້ງທີ 4 ໃນຮອບ 8 ປີທ່ີໂຮງໝໍປິ່ນປົວຕານະຄອນໂຮ່ຈີມິງໄດ້ຈັດຄະນະແພດຜູ້ຊ່ຽວຊານມາກວດ, ປິ່ນປົວ ແລະ ທຳການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າໃຫ້ແກ່ຜູ້ທຸກຍາກຢູ່ທ້ອງຖິ່ນຕ່າງໆຂອງລາວ. ທ່ານ ເຈິ່ນແອ໊ງຕ໋ວນ ໃຫ້ຮູ້ວ່າ: ການມາກວດ, ປິ່ນປົວ ແລະ ຜ່າຕັດຕາໃນຄັ້ງນີ້ບັນດາແພດຈາກໂຮງໝໍປິ່ນປົວຕານະຄອນໂຮ່ຈີມິງໄດ້ນຳໃຊ້ເຕັກນິກການຜ່າຕັດທ່ີທັນສະໄໝ, ບາດແຜກວ້າງພຽງ 3 ມິລີແມັດ, ການຜ່າຕັດແຕ່ລະຄັ້ງຈະໃຊ້ເວລາປະມານ 10-15 ນາທີ. ພາຍຫລັງການຜ່າຕັດ, ຕາມທຳມະດາຄົນເຈັບຈະສາມາດເຫັນແສງສະຫວ່າງໄດ້ພາຍໃນ 1 ມື້, ຕໍ່ຈາກນັ້ນກໍໃຫ້ບົວລະບັດຮັກສາ, ໃສ່ຢາຕາພາຍໃນ 2 ອາທິດແລ້ວກໍສາມາດເຄື່ອນໄຫວໄປມາ ແລະ ແນມເຫັນໄດ້ໃນສະພາບປົກກະຕິ.
ອຳນວຍການໂຮງໝໍຕາລາວໃຫ້ຮູ້ວ່າ: ນີ້ແມ່ນການຊ່ວຍເຫລືອທ່ີມີຄວາມໝາຍສຳຄັນຍິ່ງເຊິ່ງບໍ່ພຽງແຕ່ນຳເອົາແສງສະຫວ່າງມາສູ່ຜູ້ທຸກຍາກເທົ່ານັ້ນ, ແຕ່ຍັງເຮັດໃຫ້ພວກເຂົາໄດ້ກັບມາມີຊີວິດແບບປົກກະຕິອີກຄັ້ງໜຶ່ງ, ແລະ ສາມາດພັດທະນາຊີວິດການເປັນຢູ່ຂອງຕົນຫລຸດຜ່ອນພາລະແບກຫາບຂອງຄອບຄົວແລະສັງຄົມອີກດ້ວຍ.

ນອກຈາກໃຫ້ການກວດ, ປິ່ນປົວແລະຜ່າຕັດຕາໃຫ້ຜູ້ທຸກຍາກແລ້ວ, ຄະນະແພດດັ່ງກ່າວຍັງໄດ້ພົບປະແລກປ່ຽນປະສົບການໃນການກວດ, ປິ່ນປົວ ແລະ ຜ່າຕັດຕາກັບແພດໝໍຂອງລາວອີກດ້ວຍເພື່ອຍົກລະດັບສູງວິຊາການໃຫ້ສູງຂຶ້ນ.

No comments:

Post a Comment