Ad

Ad

11 September 2015

ພຽງ 2 ວັນ ຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 4 ຄົນ ຈາກອຸປະຕິເຫດບົນທ້ອງຖະໜົນ

     ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນຄ່ຳຂອງວັນທີ 9 ກັນຍານີ້, ຢູ່ຖະໜົນ 450 ປີ, ເຂດບ້ານນາໄຮ່ຄຳ, ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ມີລົດຈິບ ໝາຍເລກທະບຽນ ກຣ 1881 ກຳແພງນະຄອນ ຂັບຂີ່ມາແຕ່ທ່ານາແລ້ງ ເມື່ອມາຮອດຈຸດເກີດເຫດໄດ້ເກີດເສຍຫລັກ ພິກປີ້ນຢ່າງຮຸນແຮງ ລົງຂ້າງຖະໜົນສົ່ງຜົນໃຫ້ຜູ້ຂັບຂີ່ທ້າວ ພິລະກອນ ອາຍຸ 39 ປີ ນັກທຸລະກິດ ຢູ່ບ້ານນາໄຊ ເມືອງໄຊເສດຖາ ເສຍຊີວິດຄາທີ່. ຕໍ່ມາໃນຕອນເຊົ້າມືດຂອງວັນທີ 10 ກັນຍານີ້ ຢູ່ເຂດບ້ານດົງປ່າລານ ເມືອງສີສັດຕະນາກ ນະຄອນ ຫລວງວຽງຈັນ ໄດ້ມີລົດເກັງ  ໝາຍເລກທະບຽນ ກຈ 1957 ກຳແພງນະຄອນ ຂັບຂີ່ມາແຕ່ໄຟແດງທາດຝຸ່ນມຸ້ງໜ້າໄປທາງໂພນສີນວນ ດ້ວຍຄວາມໄວເກີດເສຍຫລັກ ໄປຕຳເອົາເສົາໄຟຟ້າຢູ່ແຄມທາງ ຢ່າງແຮງ ເຮັດໃຫ້ຜູ້ຂັບຂີ່ຊື່ ທ້າວ ສຸລິຍາ ອາຍຸ 25 ປີ ພະນັກງານ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່ ແລະ ໃນຕອນເຊົ້າຂອງ
ວັນທີ 10 ກັນຍານີ້ ຢູ່ຖະໜົນໄກສອນ ເຂດບ້ານສະພັງມຶກ ເມືອງໄຊທານີ ໄດ້ມີລົດຮຸນໄດ ໝາຍເລກທະບຽນ ກກ 8603 ຂັບຂີ່ໂດຍທ້າວ ເພັດສະໝອນ ອາຍຸ 23 ປີ ເປັນພະນັກງານຂັບລົດ ຢູ່ໂຮງຮຽນວິຊາຊີບ ດອນບອສໂກ ທີ່ຈະມຸ້ງໜ້າໄປໄຟແດງດົງໂດກ ເກີດເສຍຫລັກ ໄປຕຳເອົາຕົ້ນໄມ້ຢູ່ແຄມທາງຢ່າງແຮງ ຈຶ່ງເຮັດໃຫ້ນັກສຶກສາທີ່ນັ່ງມາດ້ວຍກັນ 17 ຄົນ ເສຍຊີວິດ 2 ຄົນຄື: ທ້າວ ລັກສະມັນ ອາຍຸ 16 ປີ ແລະ ທ້າວ ວິລະພັນ ອາຍຸ 18 ປີ ເຊິ່ງທັງສອງເປັນນັກສຶກສາ ຢູ່ໂຮງຮຽນວິຊາຊີບ ດອນບອສໂກ ແລະ ມີຜູ້ໄດ້ຮັບບາດເຈັບອີກຈຳນວນໜຶ່ງ.

No comments:

Post a Comment