Ad

Ad

28 September 2015

ລາວໂທລະຄົມມອບເງິນປັນຜົນປະຈຳປີ 2014 ໃຫ້ລັດຖະບານ

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2015 ທີ່ກົມຄຸ້ມຄອງການເງິນລັດວິສາຫະກິດ, ກະຊວງການເງິນ ໄດ້ມີພິທີມອບ-ຮັບເງິນປັນຜົນປະກອບການປະຈຳປີ 2014 ຂອງລັດວິສາຫະກິດ ລາວໂທລະຄົມມະນາຄົມ ລະຫວ່າງ ທ່ານ ຖາວອນ ສົມສະກຸນ ຮອງຜູ້ອຳນວຍການໃຫຍ່ຂະແຫນງຈັດຕັ້ງ-ບໍລິຫານ   ທ່ານ ປາວະລິດ ອ່ຽມອ່ຳ ຮອງຜູ້ອຳນວຍການໃຫຍ່ ຂະແຫນງການເງິນ  ລັດວິສາຫະກິດ ລາວໂທລະຄົມມະນາຄົມ   ທ່ານ ເຄນລັງສີ ແສງຄຳຢອງ ຮອງຫົວຫນ້າກົມຄຸ້ມຄອງການເງິນ ລັດວິສາຫະກິດ, ກະຊວງການເງິນ.
ລັດວິສາຫະກິດ ລາວໂທລະຄົມມະນາຄົມເປັນບໍລິສັດທຳອິດທີ່ໃຫ້ບໍລິການໂທລະຄົມມະນາຄົມແບບຄົບວົງຈອນ ໃນ  ລາວ, ທັງເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ກັບນັກລົງທຶນຕ່າງປະເທດຕາມສັດສ່ວນການຖື
ຮຸ້ນ:ລັດຖະບານ 51% ແລະ ຕ່າງປະເທດ 49%. ໂດຍອີງໃສ່ກອງປະຊຸມຜູ້ຕາງຫນ້າຜູ້ຖືຮຸ້ນສະໄຫມສາມັນຄັ້ງທີ I ປະຈຳປີ 2015, ຄັ້ງວັນທີ 09 ກຸມພາ ຂອງ ບໍລິສັດ ລາວ ໂທລະຄົມ ທີ່ຜ່ານມາ, ກອງປະຊຸມຄັ້ງດັ່ງກ່າວນັ້ນໄດ້ຕົກລົງເຫັນດີແບ່ງເງິນປັນຜົນປະກອບການປະຈຳປີ 2014 ໃຫ້ຂາຮຸ້ນທັງສອງຝ່າຍເປັນມູນຄ່າທັງຫມົດ 18 ລ້ານໂດລາສະຫະລັດ.

ໃນມູນຄ່າດັ່ງກ່າວລັດຖະບານ ໄດ້ຮັບຕາມສັດສ່ວນການຖືຮຸ້ນ 51% ເປັນຈຳນວນເງິນທັງຫມົດ: 8.262.000 ໂດລາສະຫະລັດ ທັງນີ້ກໍເພື່ອຢັ້ງຢືນເຖີງການປະຕິບັດພັນທະຂອງບໍລິສັດທີ່ມີຕໍ່ລັດຖະບານ ແລະ ທັງຂາຮຸ້ນຕ່າງປະເທດໄດ້ເປັນຢ່າງດີ.

No comments:

Post a Comment