Ad

Ad

28 September 2015

ສຸວັນນີການຄ້າກຽມອອກຈໍາໜ່າຍ 25 ລ້ານຮຸ້ນຕໍ່ມວນຊົນເພື່ອລະດົມທຶນຂະຫຍາຍທຸລະກິດ

ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ກຽມອອກຈໍາໜ່າຍຮຸ້ນສາມັນໃຫ້ແກ່ມວນຊົນຈໍານວນ 25 ລ້ານຮຸ້ນໃນໄວໆນີ້, ພາຍຫລັງສໍາເລັດການຍື່ນໜັງສືຊວນຊື້ຕໍ່ຄະນະກໍາມະການຄຸ້ມຄອງຫລັກຊັບ(ສຄຄຊ) ເພື່ອຂໍອະນຸຍາດອອກຈໍາໜ່າຍຮຸ້ນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດໃນຈໍານວນດັ່ງກ່າວເພື່ອລະດົມທຶນໄປຂະຫຍາຍທຸລະກິດໃຫ້ເຕີບໃຫຍ່ເຂັ້ມແຂງສາມາດຮອງຮັບການແຂ່ງຂັນໃນການເປີດເປັນປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015.
ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ກ່າວໃນພິທີຖະແຫລງຂ່າວເມື່ອທ້າຍອາທິດຜ່ານມາຢູ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນວ່າ: ສຸວັນນີໂຮມເຊັນເຕີດໍາເນີນທຸລະກິດຈຳໜ່າຍສິນຄ້າ ແລະ ບໍລິການທາງດ້ານວັດສະດຸກໍ່ສ້າງຕົກແຕ່ງເຮືອນ ແລະ ອາຄານແບບຄົບວົງຈອນ, ມີສູນວາງສະແດງສິນຄ້າຂະໜາດໃຫຍ່ ແລະ ທັນສະໄໝເປັນ
ອັນດັບໜຶ່ງໃນລາວ ແລະ ເມື່ອວັນທີ 23 ກັນຍາ 2015 ບໍລິສັດໄດ້ຍື່ນຄຳຂໍສະເໜີຂາຍຮຸ້ນສາມັນເພີ່ມທຶນໃຫ້ແກ່ປະຊາຊົນເປັນຄັ້ງທຳອິດ (IPO) ຕໍ່ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ (ສຄຄຊ) ຈຳນວນ 25 ລ້ານຮຸ້ນມູນຄ່າທີ່ກຳນົດໄວ້ (Par) ຮຸ້ນລະ 2.000 ກີບ. ປັດຈຸບັນບໍລິສັດມີທຶນຈົດທະບຽນຊຳລະແລ້ວຈຳນວນ 280 ຕື້ກີບ, ມູນຄ່າທີ່ກຳນົດໄວ້ (Par) ຮຸ້ນລະ 2.000 ກີບແລະ ພາຍຫລັງເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ (LSX) ບໍລິສັດຈະມີທຶນຈົດທະບຽນຊຳລະແລ້ວເປັນຈໍານວນ 330 ຕື້ກີບ, ສ່ວນການກຳນົດລາຄາສະເໜີຂາຍຮຸ້ນສາມັນເພີ່ມທຶນໃຫ້ແກ່ປະຊາຊົນ (IPO) ຈະມີການກຳນົດລາຄາເມື່ອທາງສຳນັກງານສຄຄຊອະນຸມັດໃຫ້ສະເໜີຂາຍຮຸ້ນສາມັນເພີ່ມທຶນໃຫ້ປະຊາຊົນເປັນທີ່ຮຽບຮ້ອຍແລ້ວ.
ປັດຈຸບັນບໍລິສັດມີສາຂາຈຳນວນ 4 ສາຂາຄື: ສາຂາໂພນຕ້ອງ, ສີໄຄ, ທົ່ງຂັນຄຳ ແລະ ທົ່ງຕູມ ໂດຍສິນຄ້າຈະແບ່ງອອກເປັນ 7 ກຸ່ມຄື: ກຸ່ມກະໂລ້ ແລະ ໂຄງສ້າງເຫລັກ, ກຸ່ມຫລັງຄາ ແລະ ຕົບແຕ່ງໂຄງສ້າງ, ກຸ່ມສີ ແລະ ທໍ່, ກຸ່ມໄຟຟ້າ ແລະເຄື່ອງມືຊ່າງ, ກຸ່ມສຸຂະພັນ ແລະ ຫ້ອງນ້ຳ, ກຸ່ມລິບ ແລະ ຂັ້ນໄດເລື່ອນ ແລະ ກຸ່ມເຟີນີເຈີ ແລະ ເງິນທີ່ໄດ້ຈາກການລະດົມທຶນບໍລິສັດຈະນຳໄປລົງທຶນກໍ່ສ້າງສາຂາເພີ່ມອີກ 3 ສາຂາຄື: ສາຂາເສັ້ນທາງ 450 ປີ, ນະຄອນຫລວງວຽງຈັນ, ສາຂາປາກເຊ ແລະ ສາຂາປາກຊັນ ແລະ ສ່ວນໜຶ່ງຈະນຳໄປເປັນທຶນໝູນວຽນໃນກິດຈະການເພື່ອຮອງຮັບການເຕີບໃຫຍ່ທີ່ເພີ່ມຂຶ້ນໃນອະນາຄົດ ແລະ ເພື່ອຮອງຮັບການເປີດປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ທີ່ເຊື່ອວ່າຈະເຮັດໃຫ້ການລົງທຶນທັງພາກອຸດສາຫະກຳ ແລະຄົວເຮືອນ, ເຊິ່ງຈະເຮັດໃຫ້ເສດຖະກິດໃນລາວມີການເຕີບໃຫຍ່ເທື່ອລະກ້າວ.

ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ (APMLAO) ໃນຖານະທີ່ປຶກສາທາງການເງິນຂອງບໍລິສັດ ສຸວັນນີ ໂຮມເຊັນເຕີມະຫາຊົນ ກ່າວວ່າ: ໄດ້ຍື່ນໜັງສືຂໍອະນຸຍາດອອກຈໍາໜ່າຍຮຸ້ນເພີ່ມທຶນໃຫ້ແກ່ມວນຊົນຄັ້ງທໍາອິດ(Filling) ຕໍ່ ສຄຄຊ ເປັນທີ່ຮຽບຮ້ອຍແລ້ວເມື່ອວັນທີ 23 ກັນຍາ 2015 ເພື່ອຂໍຈົດທະບຽນໃນຕະຫລາດຫລັກຊັບລາວ (LSX) ເຊິ່ງຈະມີສ່ວນສຳຄັນໃນການເຮັດໃຫ້ທຸລະກິດມີການຂະຫຍາຍໂຕຢ່າງວ່ອງໄວລວມເຖິງການເພີ່ມຄວາມເຂັ້ມແຂງໃນການແຂ່ງຂັນທຸລະກິດເພື່ອຮອງຮັບການເປີດປະຊາຄົມເສດຖະກິດອາຊຽນທີ່ກຳລັງຈະມາຮອດໃນທ້າຍປີ 2015, ໂດຍບໍລິສັດມີຜົນການດຳເນີນງານຢ້ອນຫລັງ 3 ປີດັ່ງນີ້: 2014 ລາຍໄດ້ລວມ 311,28 ຕື້ກີບກຳໄລສຸດທິປະມານ 21,25 ຕື້ກີບ, ປີ 2013 ມີລາຍໄດ້ລວມ 264,37 ຕື້ກີບກຳໄລສຸດທິປະມານ 14,19 ຕື້ກີບ ແລະ ປີ 2012 ລາຍໄດ້ລວມ 230,45 ຕື້ກີບກຳໄລສຸດທິປະມານ 10,64 ຕື້ກີບ ແລະ ເຊື່ອວ່າບໍລິສັດມີໂອກາດທີ່ຈະຂະຫຍາຍໂຕໄດ້ຢ່າງກ້າວກະໂດດເພາະວ່າເມື່ອເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວຈະເຮັດໃຫ້ບໍລິສັດມີຊື່ສຽງຫລາຍຂຶ້ນ, ເປັນທີ່ຍອມຮັບໃນລະດັບມາດຕະຖານສາກົນ ແລະ ເຮັດໃຫ້ມີຖານທຶນທີ່ແຂງແກ່ນ, ເຮັດໃຫ້ສາມາດຂະຫຍາຍສາຂາເພີ່ມຜະລິດຕະພັນ, ເພີ່ມກຸ່ມລູກຄ້າ ແລະ ເພີ່ມຊ່ອງທາງການຈຳໜ່າຍໄດ້ຫລາຍຂຶ້ນ ແລະ ໝັ້ນໃຈວ່າຈະສ້າງຜົນຕອບແທນກັບຄືນສູ່ຜູ້ຖືຮຸ້ນ ແລະ ນັກລົງທຶນໄດ້ຢ່າງເປັນທີ່ໜ້າເພິ່ງພໍໃຈ.

No comments:

Post a Comment