Ad

Ad

4 September 2015

ຈະ​ເອົາ​ໂທດ​ໃຜ ?

             ​ເມື່ອເຫັນເຫດການນີ້ໃຜໆກໍອາດຈະຕົກໃຈເມື່ອລູກຊາຍອາຍຸ 14 ປີ​ ​ເອົາມີດມາປາດຄໍຜູ້ເປັນພໍ່ໃນຂະນະທີ່ທົນບໍ່ໄຫວຕໍ່ຄວາມໂມໂຫຂອງຜູ້ເປັນພໍ່ທີ່ທຳຮ້າຍຮ່າງກາຍຜູ້ເປັນ​​ເມຍເປັນແມ່ດ້ວຍຄວາມທາລຸນ, ຊຶ່ງເຫດການດັ່ງກ່າວເກີດຂຶ້ນໃນຫົວຄ່ຳຂອງວັນທີ 30 ສິງຫາຜ່ານມານີ້ແລະ ກໍບໍ່ແມ່ນຢູ່ບ່ອນອື່ນໄກ, ​ເຫດເກີດຂຶ້ນຢູ່ກະໂຕເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ຊຶ່ງແມ່ນບ່ອນສູນກາງເສດຖະກິດ-ການເມືອງແລະ ວັດທະນະທຳຂອງປະເທດນີ້ເອງ.
             ​ເຫດການມີຢູ່ວ່າ: ມື້ນັ້ນ ຜູ້ເປັນພໍ່ອາຍຸກໍປະມານ 40 ກວ່າປີໄດ້ໄປດື່ມເຫລົ້າ​, ດື່ມເບຍຊຸມແຊວກັບໝູ່, ​ເມື່ອກັບມາເຮືອນຜູ້ເປັນ​​ເມຍຢູ່ກັບລູກຊາຍເກີດຄວາມບໍ່ພໍໃຈແລະ ມີອາລົມບໍ່ດີຕໍ່ຜົວ, ຜູ້ເວົ້າໄປ ຜູ້ເວົ້າມາ ຫລາຍປາກ ຫລາຍຄວາມບວກກັບນ້ຳເມົາກໍເລີຍເກີດເສິກດັ່ງກ່າວຂຶ້ນ, ​ເມື່ອເຫັນເຫດການຮ້າຍແຮງຂອງຜູ້ເປັນພໍ່ທີ່ມີຕໍ່ແມ່ຂອງຕົນ ລູກຊາຍໄວ 14 ປີບໍ່ຮູ້ວ່າຜີໂຕໃດມາສູນກໍເລີຍແລ່ນເຂົ້າເຮືອນຄົວຈັບເອົາມີດມາປາດຄໍຜູ້ເປັນພໍ່ເພື່ອຫວັງຊ່ວຍແມ່ໄດ້ຮັບບາດເຈັບສາຫັດໂຊກດີແຕ່ຢູ່ໃກ້ໂຮງໝໍ ຈຶ່ງຊ່ວຍຊີວິດໄວ້ໄດ້.


              ຕໍ່ເຫດການດັ່ງກ່າວ ຈະເອົາໂທດໃຜເມື່ອຜູ້ກະທຳຜິດພັດແມ່ນລູກຊາຍຂອງຕົນເອງແລະ ມີອາຍຸພຽງ 14 ປີ ຖ້ານັກຂ່າວເປັນເຈົ້າໜ້າທີ່ທາງກົດໝາຍກໍຈະເອົາເລື່ອງຜູ້ເປັນພໍ່ເປັນແມ່, ມາສຶກສາອົບຮົມໃນຄວາມເປັນມະນຸດ, ຄວາມເປັນແບບເປັນຢ່າງໃນຄອບຄົວຕໍ່ລູກຕໍ່ເມຍ, ສິ່ງໃດຄວນປະພຶດແລະ ບໍ່ຄວນປະພຶດ, ຖ້າເຮັດ​​ໄດ້ແນວນີ້ ຈຶ່ງຈະສາມາດສຶກສາລູກຫລານຂອງຕົນໄປໃນທາງທີ່ຖືກຕ້ອງແລະ ກາຍເປັນອະນາຄົດທີ່ດີຂອງຊາດໄດ້ແລະ ບໍ່ພຽງແຕ່ເຫລົ່ານັ້ນເຫດການດັ່ງກ່າວ ຍັງເປັນອຸທາຫອນເຕືອນສະຕິສັງຄົມແລະ ຄອບຄົວໃນການເອົາໃຈໃສ່ ຍົກສູງລະດັບການສຶກສາ-ວັດທະນະທຳ, ບໍ່ຄວນເຮັດໃຫ້ນະໂຍບາຍສ້າງບ້ານແລະ ຄອບຄົວວັດທະນະທຳກາຍເປັນສູນເປົ່າ.

No comments:

Post a Comment