Ad

Ad

4 September 2015

ສານປະຊາຊົນ​ຫລວງ​ນ້ຳທາ​ຕັດສິນ​ປະຫານ​ຊີວິດຂະບວນການຄ້າ​ຢາ​ເສບ​ຕິດຂ້າມຊາດລາຍໃຫຍ່

ຂ່າວ-ພາບ: ຫນັງສືພິມ ປກສ
 ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫລວງນ້ຳທາ, ໄດ້ຕັດສີນປະຫານຊີວິດຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຫລາຍຄະດີຄື: ຕັດສີນປະຫານຊີວິດທ້າວ ໜໍ ອາຍຸ 45 ປີ (ສັນຊາດຈີນ) ພັກເຊົາຢູ່ບ້ານຊຽງແລະ ທ້າວໃໝ່ຈ້ອຍ ຢູ່ບ້ານຊຽງ, ​ເມືອງສິງໃນຂໍ້ຫາຂົນສົ່ງຢາເສບຕິດປະເພດເຮໂຣອິນ, ນ້ຳໜັກ 700 ກລາມ, ເຊິ່ງຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຮືອນພັກແຫ່ງໜຶ່ງໃນເຂດເມືອງສິງ ແລະ ຕັດສິນປະຫານຊີວິດທ້າວໃໝ່ອຸ່ນແສງ ອາຍຸ 42 ປີ, ທ້າວໃໝ່ຈ່າຍປີ ອາຍຸ 28 ປີທັງສອງຢູ່ບ້ານຊຽງມູນ, ທ້າວໃໝ່ຂຸ່ງ ອາຍຸ 38 ປີຢູ່ບ້ານນ້ຳກຽງ ເມືອງສິງແລະ ທ້າວ ຕຸ ອາຍຸ 35 ປີ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃນຂໍ້ຫາຂົນສົ່ງຢາເສບຕິດປະເພດຫົວເຊື້ອຜະລິດຢາໄອນ້ຳໜັກ 56 ກິໂລຈາກປະເທດມຽນມາເຂົ້າມາລາວ, ໂດຍພວກກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຂດຊາຍແດນລາວ-ມຽນມາໃນເດືອນ
ມິຖຸນາ 2013 ແລະ ຕັດສີນປະຫານຊີວິດທ້າວ ທອງຂາວ ອາຍຸ 32 ປີ, ທ້າວແປງ ອາຍຸ 49 ປີແລະ ທ້າວ ອິນ ອາຍຸ 30 ປີ ສັນຊາດມຽນມາ, ທັງສາມຢູ່ບ້ານນາຄຳ ເມືອງສິງ ແລະ ຕັດສິນລົງໂທດຜູ້ຮ່ວມຂະບວນການອີກສອງຄົນຄື: ທ້າວ ກອງ ອາຍຸ 26 ປີ ຢູ່ບ້ານມອມແລະ ທ້າວ ຄຳແກ້ວ ອາຍຸ 26 ປີ ຢູ່ບ້ານນາຄຳ, ເມືອງສິງໃຫ້ຈຳຄຸກ 15 ປີ, ພ້ອມປັບໃໝຜູ້ລະ 100 ລ້ານກີບ ໃນຂໍ້ຫາຂົນສົ່ງຢາເສບຕິດປະເພດຢາບ້າຈຳນວນ 30 ມັດ, ນ້ຳໜັກ 6 ກິໂລຈາກປະເທດມຽນມາເຂົ້າມາລາວ, ຊຶ່ງພວກກ່ຽວແມ່ນຖືກເຈົ້າໜ້າທີ່ຈັບຕົວໄດ້ຢູ່ເຂດຊາຍແດນລາວ-ມຽນມາເຊັ່ນກັນເມື່ອເດືອນເມສາ 2013 ຜ່ານມາຈຶ່ງຖືກສານຕັດສີນລົງໂທດຕາມລະບຽບກົດໝາຍ.


No comments:

Post a Comment