ປັດຈຸບັນລັດຖະບານ ສປປ ລາວ
ແລະ ສ.ເກົາຫລີ ໄດ້ເພີ່ມການພົວພັນ ແລະ ຮ່ວມມືກັນໃນຫລາຍດ້ານບັນຍາກາດທີ່ດີ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ ແລະ ໜຶ່ງໃນນີ້ກໍແມ່ນດ້ານຕະຫລາດເງິນ-ຕະຫລາດທຶນກໍມີການຮ່ວມມືກັນຢ່າງຕັ້ງໜ້າຄື: ໃນຄັ້ງຫລ້າສຸດ ທະນາຄານແຫ່ງ ສປປ ລາວ
ແລະ ທະນາຄານກາງຂອງ ສ. ເກົາຫລີ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການແລກປ່ຽນດ້ານວິຊາການ ເປັນຄັ້ງປະຫວັດສາດ ໄດ້ຈັດຂຶ້ນໃນວັນທີ
25 ສິງຫາຜ່ານມາ, ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານນາງ ຈັນສຸກ ພົມມະວັນ ຮອງຫົວໜ້າກົມພົວພັນສາກົນ ແລະ
ທ່ານ ກີ
ຊຸນ ຈັ່ງ
ຮອງຫົວໜ້າກົມ ທັງເປັນຫົວໜ້າໂຄງການແລກປ່ຽນທາງດ້ານວິຊາການ, ຫ້ອງການພົວພັນສາກົນຂອງທະນາຄານດັ່ງກ່າວ ເພື່ອເປັນຈຸດລິເລີ່ມໃນການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາການລະຫວ່າງທະນາຄານແຫ່ງ ສປປ ລາວ
ແລະ ທະນາຄານກາງ
ສ.
ເກົາຫລີ ໂດຍສະເພາະແມ່ນການແລກປ່ຽນຄວາມຮູ້ທາງດ້ານວິຊາການໃນການພັດທະນາໂຄງສ້າງຕະຫລາດການເງິນ ແລະ ບົດຮຽນຂອງ
ສ.
ເກົາຫລີ ເພື່ອນຳມາໝູນໃຊ້ເຂົ້າໃນການປັບປຸງ ຕະຫລາດການເງິນຂອງ ສປປ ລາວດີຂຶ້ນ.
ໂຄງການດັ່ງກ່າວ ຈະໃຫ້ຄຳປຶກສາ-ແນະນຳໃນການວາງນະໂຍບາຍແກ່ບັນດາປະເທດຄູ່ຮ່ວມມືໂດຍຜ່ານຫລາຍຊ່ອງທາງ ໃນນີ້ ມີທັງການຢ້ຽມຢາມແລກປ່ຽນບົດຮຽນຢູ່ປະເທດ ສ.
ເກົາຫລີ ແລະ
ຄະນະຊ່ຽວຊານຈາກ ສ.
ເກົາຫລີ ສາມາດໃຫ້ພະນັກງານ ທະນາຄານແຫ່ງ ສປປ ລາວ
ຜູ້ທີ່ຮັບຜິດຊອບໃນການວິເຄາະຂໍ້ມູນທາງດ້ານຕະຫລາດເງິນ ແລະ ສະພາບການຂະຫຍາຍຕົວຂອງຕະຫລາດເງິນຂອງ ສປປ
ລາວ.
ນັບແຕ່ທ້າຍປີ 2007 ຜ່ານມາ ທະນາຄານແຫ່ງ
ສປປ ລາວ
ໄດ້ບັນລຸການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບຕະຫລາດທຶນ ແລະ ມາຮອດວັນທີ
10 ຕຸລາ 2010 ຕະຫລາດຫລັກຊັບລາວ ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ໃນຕົ້ນປີ
2011 ຕະຫລາດຫລັກຊັບລາວ ກໍໄດ້ດຳເນີນການຊື້-ຂາຍຮຸ້ນ, ນອກຈາກນີ້ ກໍມີການເປີດຕົວ ແລະ
ດຳເນີນທຸລະກຳການເງິນຂອງນັກທຸລະກິດຈາກ ສ.
ເກົາຫລີ ເປັນຕົ້ນມີທະນາຄານບູຢອງ ແລະ
ອື່ນໆ ເຊິ່ງທັງມົດເປັນໝາກຜົນແຫ່ງການພົວພັນ ແລະ
ການຮ່ວມມືໃນນີ້ດ້ານຕະຫລາດເງິນ-ຕະຫລາດທຶນ ທີ່ນັບມື້ຂະຫຍາຍຕົວ.
No comments:
Post a Comment