Ad

Ad

4 September 2015

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ II ຂອງ​ອົງຄະ​ນະ​ພັກ​ກະຊວງ​ການ​ເງິນ​

ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງກຄະນະພັກກະຊວງການເງິນ, ​ໄດ້​​ໄຂຂຶ້ນຢ່າງເປັນທາງການ​​ໃນຕອນເຊົ້າວັນທີ​ 3 ກັນຍານີ້, ຢູ່ຫໍປະຊຸມແຫ່ງຊາດໃນນະຄອນ ຫລວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນປອນ ບຸດຕະນະວົງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມະຫາພາກແລະ ການບໍລິການ ພ້ອມດ້ວຍຄະນະບໍລິຫານງານພັກກະຊວງແລະ ສະມາຊິກພັກພາຍໃນກະຊວງ​ 160 ສະຫາຍ, ຍິງ 34 ສະຫາຍເຂົ້າຮ່ວມ.
             ສະຫາຍ ລຽນ ທີແກ້ວ ກຳມະການສູນກາງພັກ, ​ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງກາເງິນໄດ້ຜ່ານບົດລາຍງານຕໍ່ກອງະຊຸມວ່າ: ​ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາໂດຍກົງຂອງກົມການເມືອງສູນກາງພັກ, ລັດຖະ ບານແລະ ສະພາແຫ່ງຊາດ, ຄະນະພັກກະຊວງໄດ້ປຸກລະດົມ​ ​ທົ່ວຂະແໜງການເງິນ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຄັ້ງທີ I ​​ແລະ ສາມາດມີຜົນສຳເລັດ​​ຫລາຍດ້ານເຊັ່ນ: ການປະຕິບັດວຽກງານຄຸ້ມ
ຄອງລາຍຮັບ-ລາຍຈ່າຍແລະ ການດຸນດ່ຽງງົບປະມານແມ່ນໄດ້ເພີ່ມທະວີເອົາໃຈ​​ໃສ່ປັບປຸງ, ສ້າງແລະ ປະຕິບັດນະໂຍບາຍແລະເຄື່ອງມືໃນການຄຸ້ມຄອງລາຍຮັບ-ລາຍຈ່າຍ ດ້ວຍຫລາຍມາດຕະການ, ​ເຮັດໃຫ້ຄາດໝາຍລາຍຮັບ​-ລາຍຈ່າຍແລະ ການດຸນດ່ຽງງົບປະມານ ສາມາດບັນລຸແລະ ລື່ນ​​ແຜນການ 5 ປີທີ່ວາງໄວ້ເຊັ່ນ: ລາຍຮັບບັນລຸໄດ້ 101.227 ຕື້ກີບເທົ່າກັບ 25,9% ຂອງ GDP, ລື່ນແຜນ 1%, ລາຍຈ່າຍບັນລຸໄດ້ 120.568 ຕື້ກີບ​ ​ເທົ່າກັບ 29,7% ຂອງ GDP, ການຂາດດຸນງົບປະມານໄດ້ມີທ່ວງທ່າດີຂຶ້ນ ແລະ ສາມາດຄວບຄຸມ​​ໄດ້ ຢູ່ໃນລະຫວ່າງ 3-5% ຂອງ GDP ​ໂດຍສະເລ່ຍ, ພ້ອມນີ້ ຍັງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາແນວທາງເສດຖະກິດ-ການເງິນໃຫ້ມີສະຖຽນລະພາບແລະ ມີຈັງຫວະການຂະຫຍາຍຕົວຕໍ່ເນື່ອງ, ຈັດຕັ້ງປະຕິບັດນະໂຍບາຍງົບປະມານ, ການເງິນລວມ ສູນເປັນເອກກະພາບແຕ່ສູນກາງຮອດທ້ອງຖິ່ນ​​​​ເຂັ້ມ​​ແຂງຂຶ້ນ, ການແບ່ງຂັ້ນຄຸ້ມຄອງຂະແໜງການເງິນໄດ້ເລີ່ເຂົ້າສູ່ທິດທາງການຈັດຕັ້ງປະຕິບັດທິດນຳ 3 ສ້າງ, ທັງສ້າງເງື່ອນໄຂໃຫ້ແກ່ການເຊື່ອມ​​ໂຍງເຂົ້າກັບເສດຖະກິດ-ການເງິນ ພາກພື້ນເປັນຕົ້ນແມ່ນການກະກຽມເຂົ້າສູ່ປະຊາຄົເສດຖະກິດອາຊຽນ, ສູ້ຊົນເກັບລາຍຮັບໄດ້ເກີນແຜນໃນຫລາຍສົກງົບປະມານ, ຄວບຄຸມການຂາດດຸນງົບປະມານບໍ່ໃຫ້ເກີນແຜນ ທີ່ສະພາແຫ່ງຊາດຮັບຮອງເອົາ, ບັນດານິຕິກຳແລະ ກົດໝາຍເພື່ອເປັນເຄື່ອງມີ​​ໃຫ້ແກ່ການຄຸ້ມຄອງມະຫາພາກຂະແໜງການເງິນໄດ້ຄົ້ນຄວ້າປະກາດໃຊ້. ຜ່ານການເປີດຂະບວນດຳເນີນຊີວິດການເມືອງທັງທາງກ້ວາງແລະ ທາງເລິກເພື່ອດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກແລະ ການດຳເນີນກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ, ພະນັກງານໄດ້ຍົກສູງຄວາມຮູ້ທາງດ້ານການເມືອງແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງຂອງທົ່ວຂະແໜງການວາງອອກ, ມີຄວາມສາມັກຄີອັນແໜ້ນແຟ້ນ, ປາກົດການຫຍໍ້ທໍ້ດ້ານກົງຈັກໄດ້ຖືກຕີຖອຍລົງລະດັບໃດໜຶ່ງ. ພ້ອມດຽວກັນນີ້ ກົງຈັກການຈັດຕັ້ງຂອງກະຊວງລົງຮອດທ້ອງຖິ່ນໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນ, ກົນໄກແລະເຄື່ອງມືໃນການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍໄດ້ຄົ້ນຄວ້າສ້າງຂຶ້ນແລະ ຫັນເປັນທັນສະໄໝໃນຫລາຍຂອດ, ການປະສານສົມທົບລະຫວ່າງກະຊວງແລະ ອົງການປົກຄອງທ້ອງຖິ່ນໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນບົນພື້ນຖານການແບ່ງ​​ຄວາມຮັບຜິດຊອບຈະແຈ້ງກວ່າເກົ່າ.
             ຄຽງຄູ່ກັນນີ້, ສະຫາຍເລຂາພັກກະຊວງການເງິນ ຍັງໄດ້ຍົກໃຫ້ເຫັນບາງບັນຫາ ຈຸອ່ນຄົງຄ້າງແລະ ສິ່ງທ້າທາຍຕ່າງໃນຂະແໜງການເງິນທີ່ຈະຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂຄື: 1. ຈະຕ້ອງໄດ້ເພີ້ມທະວີຍົກລະດັບການເມືອງແນວຄິດຂອງພະນັກງານສະມາຊິກພັກແລະ ລັດຖະກອນໃຫ້ສູງຂຶ້ນ, 2. ​ເພີ່ມທະວີຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ເຂັ້ມງວດກວ່າເກົ່າ, 3. ກຳຈັດໜີ້ສິນຄຸມເຄືອໃຫ້ດີ, 4. ​ເອົາໃຈໃສ່ພັດທະນາຂະແໜງການເງິນທ້ອງຖິ່ນ ຕາມທິດນຳ 3 ສ້າງໃຫ້ດີກວ່າເກົ່າ, 5. ​ເອົາໃຈໃສ່ສ້າງນິຕິກຳດ້ານການເງິນໃຫ້ຄົບຖ້ວນ, 7 ​ເອົາໃຈໃສ່ກໍ່ສ້າງພັກ, ພະນັກງານໃຫ້ມີຄຸນນະພາບສູງຂຶ້ນ, 8. ສ້າງພະນັກງານໃຫ້ໄປຕາມແຜນ, ​ເປັນລະບົບຄົບຊຸດຕາມແຜນສາຍຕັ້ງແລະ ບາງບັນຫາອື່ນໆອີກ.

             ກອງປະຊຸມດັ່ງກ່າວ ຈະ​​ໄດ້ດຳເນີນໄປເປັນເວລາ 2 ວັນ (3-4 ກັນຍາ 2015), ​ໃນນັ້ນ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ປະກອບຄຳຄິດເຫັນ​​ໃສ່ບົດລາຍງານການເມືອງ, ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ແລະເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຊຶ່ງຈະຈັດຂຶ້ນໃນປີໜ້ານີ້​, ພ້ອມທັງຮັບຟັງການໂອ້ລົມຂອງສະຫາຍ ດຣ. ບຸນປອນ ບຸດຕະນະວົງ ກຳມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນ ຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດມະຫາພາກແລະ ການບໍລິການ.

No comments:

Post a Comment