Ad

Ad

1 September 2015

ປກສ ຈຳປາສັກຈັບເຄືອຂ່າຍຄ້າ​ຢາເສບຕິດອັນຕະລາຍ

          ທ້າວ ປະກາຍພອນ(ຟ້າ) ອາຍຸ 21 ປີ, ທ້າວ ວັນນະພອນ(ຊ້າງ) ອາຍຸ 23 ປີຢູ່ບ້ານຫ້ວຍນາສີແລະ ທ້າວ ຊ້າງ ອາຍຸ 16 ປີຢູ່ບ້ານກອງລໍ ເມືອງຄູນຄຳແຂວງຄຳມ່ວນ ຖືກເຈົ້າໜ້າທີ່ ປກສ ແຂວງຈຳປາສັກຈັບຕົວມາດຳເນີນຄະດີເມື່ອບໍ່ດົນມານີ້, ພາຍຫລັງຮ່ວມກັນລັກລອບຂົນຢາເສບຕິດຈຳນວນ 10 ພັນກວ່າເມັດຈາກແຂວງຄຳມ່ວນມາສົ່ງໃຫ້ລູກຄ້າຢູ່ແຂວງຈຳປາສັກ.

          ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ໄດ້ມີກຸ່ມຄົນບໍ່ດີລັກລອບຂົນຢາເສບຕິດຈາກແຂວງຄຳມ່ວນລົງມາແຂວງຈຳປາສັກ, ຈຶ່ງໄດ້ຈັດກຳລັງຕັ້ງດ່ານກວດຕາມເສັ້ນທາງສຳຄັນ, ຈົນມາຮອດ 12:30 ​ໂມງຂອງມື້ນັ້ນຈຶ່ງເຫັນລົດກະບະວີໂກ້ສີປອນທອງ ໝາຍເລກທະບຽນ ກຜ 5752 ກຳແພງນະຄອນ,​ ແລ່ນມາແຕ່ທາງເມືອງຄົງເຊໂດນແຂວງສາລະວັນ ມຸ່ງໜ້າເຂົ້າສູ່ເມືອງປາກເຊ ແຂວງຈຳປາສັກເຈົ້າໜ້າທີ່ ຈຶ່ງໄດ້ລັດລົດຄັນສົງໄສດັ່ງກ່າວເພື່ອກວດເອກະສານ ແລະ
ກວດຄົ້ນພາຍໃນລົດຈຶ່ງພົບເຫັນຢາບ້າຊຸກເຊື່ອງໄວ້ຢູ່ກ້ອງເບາະນັ່ງຈຳນວນ 5 ມັດເທົ່າກັບ 10.024 ​ເມັດ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມກົດໝາຍ, ພ້ອມນຳຕົວໄປສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ.

No comments:

Post a Comment