Ad

Ad

1 September 2015

ອີກດົນປານໃດຈຶ່ງຈະສາມາດກຳຈັດການຖິ້ມຂີ້ເຫຍື້ອຊະຊາຍໄດ້

ດັ່ງທີ່ຮູ້ນຳກັບແລ້ວວ່າໄລຍະຜ່ານມານີ້ຂະນະພັກ, ຄະນະປົກຄອງນະຄອນຫຼວງວຽງຈັນ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການປະຕິບັດ ຄຳຂວັນ 6 , ໂດຍlສະເພາະແມ່ນ ສະອາດ ແລະ ໄດ້ມອບໃຫ້ທຸກ ພາກສ່ວນຮ່ວມກັນຈັດຕັ້ງປະຕິບັດຢ່າງເອົາໃຈໃສ່, ຊຶ່ງໃນນັ້ນອົງການພັດທະນາບໍລິຫານຕົວເມືອງ (ອພບ) ເປັນຜູ້ຮັບຮັບຜິດຊອບຫຼັກໃນການກຳຈັດຂີ້ເຫຍື້ອ ແລະ ອະນາໄມຕົວເມືອງ ແລະ ໄດ້ມອບໃຫ້ແຕ່ລະເມືອງມີໜ່ວຍງານສະເພາະຂອງຕົນຢ່າງລະອຽດເພື່ອເລັ່ງໃສ່ກຳຈັດ ແລະ ກຳນົດຈຸດຖິ້ມຂີ້ເຫຍື້ອບໍ່ໃຫ້ຊະຊາຍແນ່ໃສ່ເຮັດໃຫ້ຕົວເມືອງມີຄວາມສະອາດສວຍງານ , ແຕ່ກໍຍັງບໍ່ສາມາດກຳຈັດບັນຫາດັ່ງກ່າວໃຫ້ໝົດໄປໄດ້ ແລະ ຍັງ ສັງເກດເຫັນມີການຖິ້ມຂີ້ເຫຍື້ອຊະຊາຍມີແຜ່ຫຼາຍ, ຍ້ອນການຄຸ້ມຄອງບວກກັບຄວາມຂີ້ຄ້ານມັກງ່າຍ ແລະ ເຫັນແກ່ໂຕຂອງຄົນຈຳນວນໜຶ່ງຍັງລັກລອບຖິ່ນຂີ້ເຫຍື້ອຊະຊາຍ, ຊຶ່ງມັນສະແດງອອກຢູ່ຕາມເສັ້ນທາງປ່ຽວລັບຕາຄົນໂດຍສະເພາະແມ່ນເສັ້ນທາງອອກສູ່ຊານເມືອງ, ສະຖານທີ່ສະ ທາລະນະ, ຕະຫຼາດ ແລະ ຄ່ອງລະບາຍນ້ຳຕ່າງໆ, ຕະຫຼອດຮອດສຳນັກງານອົງການບາງບ່ອນຍັງ ເຫັນປະກົດມີແຜ່ຫຼາຍ, ອັນໄດ້ສ້າງພາບພົດບໍ່ຈົບບໍ່ງາມໃຫ້
ແກ່ຕົວເມືອງ ແລະ ຍິ່ງໄປກວ່ານັ້ນມັນ ຍັງສົ່ງຜົນປະ ທົບຕໍ່ສິ່ງແວດລ້ອມ  ແລະ ເຮັດໃຫ້ວຽກງານ  ສະອາດ ທີ່ນະຄອນຫຼວງພວມປະຕິບັດມົວໝອງ ແລະ ຖ້າຫາກພາກສ່ວນກ່ຽວຂ້ອງບໍ່ເລັ່ງແກ້ໄຂກໍ່ບໍ່ຮູ້ວ່າອີກດົນປານໃດຈຶ່ງຈະສາມາດກຳຈັດບັນຫາດັ່ງກ່າວໄດ້ , ພ້ອມນັ້ນພາກສ່ວນກ່ຽວຂ້ອງກໍຕ້ອງເພີ່ມຄວາມຮັບຜິດຊອບໃນວຽກງານຂອງຕົນໃຫ້ດີຂຶ້ນ ແລະ ເພີ່ມມາດຕະການຕໍ່ຜູ້ລັກລອບຖິ້ມຂີ້ເຫຍື້ອຊະຊາຍເຫຼົ່ານັ້ນໃຫ້ເຄັດຫຼາບຕໍ່ພຶດຕິກຳບໍ່ດີດັ່ງກ່າວ ແລະ ສິ່ງສຳຄັນແມ່ນທຸກຄົນໃນສັງຄົມຕ້ອງເປັນເຈົ້າການໃນການເກັບການຖິ້ມຂີ້ເຫຍື້ອໃຫ້ຖືກຕາມເວລານັດໝາຍ ແລະ ຈຸດທີ່ກຳນົດຂອງພາກສ່ວນກ່ຽວຂ້ອງເພື່ອຄວາມສະອາດໃນການນຳເອົາໄປຖິ້ມ.

No comments:

Post a Comment