Ad

Ad

1 September 2015

​ເກີດ​ເຫດ​ໄຟ​​ໄໝ້​ເຮືອນ ຢູ່​ບ້ານ​ໂພນ​ກຸງ ​ແຂວງ​ຈຳປາ​ສັກ ​ເສຍ​ຫາຍ​​ໝົດ​ຫລັງ

 ​ເຈົ້າໜ້າທີ່ ມອດໄຟແຂວງຈຳປາສັກໃຫ້ຮູ້ວ່າ: ​ໃນເວລາປະມານ 19 ​ໂມງຂອງວັນທີ 30 ສິງຫານີ້, ​ໄດ້ເກີດເຫດໄຟ​ໄໝ້ເຮືອນຂອງປະຊາຊົນຫລັງໜຶ່ງ ຢູ່ບ້ານໂພນກຸງເມືອງປາກເຊແຂວງຈຳປາສັກ, ​​ເຊິ່ງເປັນເຮືອນໄມ້ ທຳມະດາເສຍຫາຍໝົດກ້ຽງ, ຈາກໄຟຟ້າລັດວົງຈອນ ຢູ່ກະດານໄຟຢູ່ເຮືອນຄົວ ​​ແລ້ວລາມໄປທົ່ວເຮືອນ. ຫລັງຈາກເຈົ້າໜ້າທີ່ໄດ້ນຳລົດນ້ຳ 5 ຄັນແລະກຳລັງ 10 ກວ່າຄົນ ສຸມເຂົ້າສະກັດກັ້ນ​​​ໄຟດັ່ງກ່າວເພື່ອບໍ່ໃຫ້ລຸກລາມໄປຍັງເຮືອນຢູ່​ໃກ້ຄຽງ, ຜ່ານໄປ 2 ຊົ່ວໂມງຈຶ່ງສາມາດຄວບຄຸມ​​ໄຟດັ່ງກ່າວໄດ້, ​ເຊິ່ງໄດ້ສ້າງຄວາມເສຍຫາຍຫລາຍກວ່າ 50 ກວ່າລ້ານກີບ, ​ແຕ່ໂຊກດີບໍ່ມີຄົນໄດ້ຮັບບາດເຈັບແລະເສຍຊີວິດແຕ່ຢ່າງໃດ.


No comments:

Post a Comment