Ad

Ad

1 September 2015

​ພົບ​ສົບ​ຜູ້​ເສຍ​ຊີວິດຢູ່​​ແຄມ​ນ້ຳຂອງ​ບໍລິ​ເວນ​ບ້ານ​ວັດ​ນາກ

ຮອງຫົວໜ້າພະແນກສືບສວນ-ສອບສວນ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ​ໃນເວລາປະມານ 9 ​ໂມງເຊົ້າຂອງວັນທີ 29 ສິງຫານີ້, ​ໄດ້ຮັບແຈ້ງເຫດຈາກເຈົ້າໜ້າທີ່​​ເມືອງສີສັດຕະນາກ ວ່າ: ​ໄດ້ພົບສົບຄົນເສຍຊີວິດຟູຢູ່ແຄມນ້ຳຂອງ, ບໍລິເວນຫລັງຫໍພັກນັກສຶກສາ ວິທະຍາໄລການຊ່າງລາວ-​ເຢຍລະມັນ, ​ເຂດບ້ານວັດນາກ,​ ​ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ​ເຊິ່ງຊາກສົບດັ່ງກ່າວເປັນເພດຍິງ, ບໍ່ຮູ້ຊື່ແລະ ທີ່ຢູ່ຍ້ອນຜູ້ຕາຍບໍ່ມີເອກກະສານຕິດຕົວ​​ໃດໆ, ອາຍຸປະມານ 35-40 ປີ, ບໍ່ມີຈຸດຕຳນິພິເສດໃດໆ ຍ້ອນຊາກສົບດັ່ງກ່າວບວມໄຄແລະ ຄາດວ່າຈະເສຍຊີວິດມາແລ້ວ 1 ອາທິດ ສ່ວນສະພາບສົບແມ່ນບໍ່ມີຮ່ອງຮອຍການຖືກທຳຮ້າຍໃດ​, ​ໃນເບື້ອງຕົ້ນ ​ ​ປະຊາຊົນຢູ່ເຂດດັ່ງກ່າວ ລົງໄປຫາປາ (ຊິດເບັດ) ຢູ່ຕາມແຄມນ້ຳຂອງໃນບໍລິເວນຈຸດ ດັ່ງກ່າວຈິ່ງໄດ້​​ໄປພົບຊາກສົບດັ່ງກ່າວ ຈຶ່ງໄດ້ຮີບຮ້ອນໄປ​​ແຈ້ງເຈົ້າໜ້າທີ່ເມືອງເພື່ອລົງໄປກວດກາແລະສືບສວນ-ສອບສວນ​ ​ແລະໃນເວລາປະມານ 1 ​ໂມງຂອງວັນດຽວກັນ ກໍໄດ້ຮັບແຈ້ງຈາກເຈົ້າ
ໜ້າທີ່ເມືອງນາຊາຍທອງວ່າ: ພົບສົບຄົນເສຍຊີວິດ ຢູ່ໜອງ​​ປາບ້ານນາຂ່າ, ​ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ​​ເຊິ່ງຊາກສົບດັ່ງກ່າວເປັນເພດຊາຍ, ບໍ່ຮູ້ຊື່ແລະ ທີ່ຢູ່, ອາຍຸປະມານ 50ປີຂຶ້ນໄປ, ​ຜູ້ຕາຍໃສ່ເສື້ອຢືດສີຂາວ, ​ແຂນສັ້ນແລະ ຄາດວ່າຈະເສຍຊີວິດມາແລ້ວ 1-2 ວັນ. ມາຮອດປັດຈຸບັນນີ້ ຊາກສົບທັງສອງເຈົ້າໜ້າທີ່ໄດ້ເກັບໄວ້​​ໂຮງເຢັນຂອງໂຮງໝໍມະ​​ໂຫສົດ, ດັ່ງນັ້ນ ຈຶ່ງ​​ແຈ້ງຫາຍາດພີ່ນ້ອງຜູ້ເສຍຊີວິດທັງສອງນີ້ຮູ້ຂ່າວໃຫ້ໄປຕິດຕໍ່ເຈົ້າໜ້າທີ່ ສືບສວນ-ສອບສວນ ນະຄອນ ຫລວງວຽງຈັນໄດ້ທຸກເວລາ.

No comments:

Post a Comment