Ad

Ad

31 August 2015

ລາວປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດຢ່າງເປັນທາງການ

ພິທີໂຮມຊຸມນຸມໃຫຍ່ເພື່ອປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດຢ່າງເປັນທາງການ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ສິງຫາ 2015 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ, ມີບັນດາທ່ານກົມການເມືອງສູນກາງພັກ, ບັນດາການນຳພັກ-ລັດ, ທູຕານຸທູດ, ອົງການຈັດຕັ້ງສາກົນ, ພ້ອມດ້ວຍຄູອາຈານເຂົ້າຮ່ວມເປັນຈຳນວນຫລາຍ
             ໃນໂອກາດອັນສະຫງ່າລາສີນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ກໍໄດ້ໃຫ້ກຽດຂຶ້ນກ່າວປາໄສເພື່ອປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດຢ່າງເປັນທາງການວ່າ: ມື້ນີ້ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເອກອ້າງທະນົງໃຈຕໍ່ຜົນສຳເລັດຂອງການສຶກສາຈົບຊັ້ນປະຖົມສຶກສາບຳລຸງ, ໃນນາມປະທານປະເທດແຫ່ງ ສ ປປ ລາວ ຂໍປະກາດໃຫ້ພີ່ນ້ອງຊາວລາວທົ່ວ
ປະເທດ,ຊາວລາວອາ​ໄສຢູ່ຕ່າງປະເທດ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດໃນໂລກຮັບຊາບວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາທີ 2 ຕາມຄາດໝາຍຂອງເປົ້າໝາຍການສຶກສາໂລກ ແລະ ປະກາດຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດຢ່າງເປັນທາງການນັບແຕ່ນີ້ເປັນຕົ້ນໄປ.
ໃນໂອກາດອັນສຳຄັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ໄດ້ຂຶ້ນລາຍງານຜົນສຳເລັດຂອງການຍົກລະດັບຈົບຊັ້ນປະຖົມສຶກສາບຳລຸງທົ່ວປະເທດວ່າ: ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ມີນະໂຍບາຍຈະແຈ້ງຕໍ່ວຽກງານການສຶກສາທັງໃນລະບົບ ແລະ ນອກລະບົບໂຮງຮຽນ, ໂດຍສະເພາະແມ່ນວຽກງານລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງວັດທະນາທຳໃຫ້ຖັນແຖວພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດໃຫ້ມີລະດັບການສຶກສານັບມື້ສູງຂຶ້ນ, ດັ່ງນັ້ນ ນາຍົກລັດຖະມົນຕີ ຈຶ່ງໄດ້ອອກຄຳສັ່ງສະບັບເລກທີ 08/ນຍ, ລົງວັນທີ 14 ມັງກອນ 1976 ວ່າດ້ວຍການປັບປຸງ, ຂະຫຍາຍວຽກງານປະຊາສຶກສາ ແລະ ບຳລຸງວັດທະນາທຳ, ໃນນັ້ນໃຫ້ຮີບຮ້ອນລຶບລ້າງຄວາມບໍ່ຮູ້ໜັງສື ແລະ ບຳລຸງວັດທະນາທຳໃຫ້ປະຊາຊົນບັນດາເຜົ່າໃນເກນອາຍຸ 15-45 ປີ, ຈາກນັ້ນຂະແໜງການສຶກສາຈຶ່ງໄດ້ສຸມໃສ່ຈັດຕັ້ງຜົນຂະຫຍາຍຢ່າງມີແຜນການດ້ວຍການຈັດການຮຽນ-ການສອນລົບລ້າງຄວາມບໍ່ຮູ້ໜັງສື, ບຳລຸງວັດທະນະທຳຢ່າງເປັນຂະບວນຟົດຟື້ນ ແລະ ເປັນລະບົບຕໍ່ເນື່ອງ, ມາຮອດວັນທີ 2 ພຶດສະພາ 1979 ແຂວງຫົວພັນເປັນແຂວງທຳອິດທີ່ສາມາດປະກາດລຶບລ້າງຄວາມບໍ່ຮູ້ໜັງສືທົ່ວແຂວງ ແລະ ຈາກນັ້ນມາຮອດເດືອນທັນວາ 1984  ກໍສາມາດປະກາດລຶບລ້າງຄວາມບໍ່ຮູ້ໜັງສືທົ່ວປະເທດຢ່າງເປັນທາງການ, ໂດຍມີຜູ້ຮຽນຈົບລຶບລ້າງຄວາມບໍ່ຮູ້ໜັງສືທັງໝົດ 755.768 ຄົນ. ຫລັງຈາກນັ້ນມາຮອດປີ 1992 ຊຶ່ງອີງໃສ່ສະພາບຄວາມເປັນຈິງ, ນາຍົກລັດຖະມົນຕີໄດ້

ອອກຄຳສັ່ງວ່າດ້ວຍການສືບຕໍ່ແກ້ໄຂບັນຫາການລຶບລ້າງຄວາມບໍ່ຮູ້ໜັງສືຄືນໃໝ່ເພື່ອສືບຕໍ່ເປີດຂະບວນການຮຽນໃຫ້ປະຊາຊົນຜູ້ທີ່ຍັງກືກໜັງສືໃຫ້ສາມາດອ່ານໄດ້ຂຽນເປັນ ແລະ ຈາກນັ້ນກອງປະຊຸມການສຶກສາໂລກທີ່ຈັດຂຶ້ນຢູ່ປະເທດໄທໃນປີ 1990 ໄດ້ມີມະຕິໃຫ້ທຸກປະເທດໃນໂລກຕ້ອງສະໜອງຄວາມຕ້ອງການການສຶກສາຂັ້ນພື້ນຖານເພື່ອທຸກຄົນ ແລະ ໃນປີ 2000 ກອງປະຊຸມປຶກສາຫາລືກ່ຽວກັບການສຶກສາທີ່ປະເທດເຊເນການໄດ້ປະກາດເປົ້າໝາຍຍຸດທະສາດການສຶກສາຮອດປີ 2015 ປະຊາກອນໃນທົ່ວໂລກໃຫ້ມີລະດັບການສຶກສາຢ່າງຕ່ຳຕ້ອງຈົບຊັ້ນປະຖົມ. ເພື່ອບັນລຸເປົ້າໝາຍດັ່ງກ່າວຂະແໜງການສຶກສາທິການ ຈຶ່ງໄດ້ວາງແຜນປະຕິບັດງານແຫ່ງຊາດການສຶກສາເພື່ອທຸກຄົນ 2003-2015 ແລະ ວາງແຜນຍຸດທະສາດການປະຕິຮູບລະບົບການສຶກສາທັງໃນລະບົບ ແລະ ນອກລະບົບໂຮງຮຽນ, ໂດຍສະເພາະໄດ້ມີການປັບປຸງເນື້ອໃນຫລັກສູດການຮຽນ-ການສອນຄືນໃໝ່ໃຫ້ເໝາະສົມກັບສະພາບຕົວຈິງ ແລະ ວິຖີຊີວິດຂອງປະຊາຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ, ໂດຍຖືເອົາການຮຽນໜັງສື ແລະ ບຳລຸງຍົກລະດັບການສຶກສາຄວບຄູ່ກັບການອົບຮົມວິຊາຊີບຂັ້ນພື້ນຖານຕິດພັນກັບຜົນປະໂຫຍດ ແລະ ຍົກລະດັບຊີວິດການເປັນຢູ່ຂອງຜູ້ຮຽນໃຫ້ດີຂື້ນ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ: ນະຄອນຫລວງວຽງຈັນໄດ້ປະກາດຈົບຊັ້ນປະຖົມບຳລຸງກ່ອນໝູ່ໃນວັນທີ 3 ມິຖຸນາ 2010, ຖັດມາແມ່ນແຂວງຈຳປາສັກໃນປີ 2011, ແຂວງຊຽງຂວາງປີ 2012, ອຸດົມໄຊ, ຫລວງພະບາງ, ຫລວງນ້ຳທາ, ບໍລິຄຳໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ຫົວພັນ 2013, ສາລະວັນ, ອັດຕະປື, ຄຳມ່ວນ, ເຊກອງ, ສະຫວັນນະເຂດ, ແຂວງວຽງຈັນ 2014 ແລະ ຜົ່ງສາລີ ແລະ ໄຊສົມບູນສຳເລັດໃນປີ 2015 ແລະ ມາຮອດປັດຈຸບັນນີ້, ປະຊາກອນໃນເກນອາຍຸ 15 - 45 ປີ ໄດ້ຈົບລຶບລ້າງຄວາມບໍ່ຮູ້ໜັງສື ແລະ ຈົບຊັ້ນປະຖົມບຳລຸງທັງໝົດ 640.743 ຄົນ, ຍິງ 338.739 ຄົນ. ຜົນສຳເລັດດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາທີ 2 ໂດຍພື້ນຖານ.

No comments:

Post a Comment