Ad

Ad

31 August 2015

ຈັດງານລ້ຽງສະຫລອງວັນຊາດຫວຽດນາມຄົບຮອບ 70 ປີ

ໃນຄ່ຳຄືນວັນທີ 28 ສິງຫານີ້, ທ່ານ ຫງວຽນ ແມັງ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມປະຈຳລາວ, ໄດ້ຈັດງານລ້ຽງສະເຫລີມສະຫລອງວັນຊາດ ສສ ຫວຽດນາມຄົບຮອບ 70 ປີຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ, ບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ, ຊ່ວຍວ່າການ, ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫລາຍ.
             ໃນໂອກາດດັ່ງກ່າວ, ທ່ານທູດ ຫງວຽນ ແມັງ ຮຸ່ງ ໄດ້ມີຄຳປາໄສ ໂດຍຍົກໃຫ້ເຫັນຜົນງານ ແລະ ໄຊຊະນະອັນໃຫຍ່ຫລວງທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມຍາດມາໄດ້ຕະຫລອດໄລຍະ 70 ປີຜ່ານມາ ແລະ ດຳເນີນພາ ລະກິດ
ປ່ຽນແປງໃໝ່, ປະຕິບັດຈຸດໝາຍປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ນຳປະເທດຊາດກ້າວຂຶ້ນສັງຄົມນິຍົມ, ທ່ານທູດກ່າວວ່າ: ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມຜ່ານມານັ້ນ, ລ້ວນແລ້ວແຕ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອອັນລໍ້ຄ່າຂອງເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການຊ່ວຍເຫລືອອັນໃຫຍ່ຫລວງ, ໝົດຈິດໝົດໃຈຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ.

             ທ່ານ ຫງວຽນ ແມັງ ຮຸ່ງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ຈະໄດ້ຮັບການເສີມຂະຫຍາຍ ແລະ ໝັ້ນຄົງທະນົງແກ່ນຕະຫລອດການ.

No comments:

Post a Comment