Ad

Ad

31 August 2015

ກຽມໃຈໄຂສົກຮຽນໃໝ່ຢ່າງເປັນຂະບວນຟົດຟື້ນ

ກໍດັ່ງທຸກໆປີ, ວັນທີ 1 ກັນຍາ, ແມ່ນມື້ໄຂສົກຮຽນໃໝ່ຂອງນັກຮຽນສາຍສາມັນໃນທົ່ວປະເທດໄດ້ກຽມຈິດໃຈເຂົ້າສູ່ການສຶກສາຮ່ຳຮຽນໃນສົກໃໝ່ຂອງຕົນ, ຫລານນ້ອຍຜູ້ຜ່ານໂຮງຮຽນອານຸບານກໍກຽມເຂົ້າປະຖົມໜຶ່ງ, ຜູ້ຈົບປະຖົມກໍກຽມເຂົ້າມັດທະຍົມຂຶ້ນໄປເປັນລຳດັບ.
ສະເພາະສົກຮຽນໃໝ່ປີນີ້,ເຫັນວ່າມີບັນຍາກາດຟົດຟື້ນແຕ່ຫົວທີ, ໂດຍສະເພາະຢູ່ແຕ່ລະໂຮງຮຽນຕ່າງໄດ້ເປີດປະຕູໃຫ້ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາເຂົ້າມາລົງທະບຽນຮຽນຢ່າງເປັນຂະບວນຄືກຄື້ນ, ສ່ວນຢູ່ຕາມທ້ອງຕະຫລາດບັນຍາກາດການຊື້ຂາຍສິນຄ້າຂອງນັກຮຽນເຫລົ່ານັ້ນເຊັ່ນ: ເຄື່ອງນຸ່ງ, ປື້ມຕຳລາ ແລະ ອຸປະກອນການຮຽນອື່ນໆກໍມີບັນຍາກາດດີ. ດັ່ງແມ່ຄ້າຂາຍເຄື່ອງເສື້ອຜ້າຢູ່ຕະຫລາດຂົວດິນທ່ານໜຶ່ງບອກກັບນັກຂ່າວພວກເຮົາວ່າ: ໄລຍະນີ້, ໄດ້ຂາຍເຄື່ອງສຳລັບນັກຮຽນໄດ້ດີກວ່າໝູ່, ໂດຍສະເພາະແມ່ນເສື້ອຂາວໃນຂະໜາດຕ່າງໆດ້ວຍລາຄາໃນເກນປົກກະຕິດັ່ງທຸກປີ
ຜ່ານມາ, ເຊັ່ນດຽວກັບເຈົ້າຂອງຮ້ານຂາຍອຸປະກອນການຮຽນທ່ານໜຶ່ງບອກວ່າ: ປີນີ້ການຊື້ຂາຍອຸປະກອນການຮຽນແມ່ນຟົດຟື້ນແຕ່ຫົວທີ ແລະ ສະແດງໃຫ້ເຫັນວ່າ: ພໍ່ແມ່ຜູ້ປົກຄອງໄດ້ຖືສຳຄັນໃນການສຶກສາຮ່ຳຮຽນຂອງລູກຫລານເຂົາເຈົ້າຫລາຍຂຶ້ນ.
            ສຳລັບຄ່າຮຽນຜູ້ປົກຄອງຫລາຍທ່ານກໍຈົ່ມວ່າ: ຄ່າຮຽນ ແລະ ຄ່າທຳນຽມຕ່າງໆຂອງແຕ່ລະໂຮງຮຽນມີລະດັບແຕກຕ່າງກັນ, ແຕ່ໂດຍລວມແມ່ນເພີ່ມຂຶ້ນຈາກສົກປີຜ່ານມາຄື: ອະນຸບານໃນສົກປີກາຍແມ່ນ 120 ພັນກີບຕໍ່ເດືອນ, ແຕ່ມາສົກນີ້ເພີ່ມຂຶ້ນເປັນ 150-180 ພັນກີບຕໍ່ເດືອນ (ບໍ່ລວມອາຫານທ່ຽງ), ສ່ວນນັກຮຽນປະຖົມປີໜຶ່ງຕ້ອງຈ່າຍຢ່າງໜ້ອຍ 4-5 ແສນກີບຕໍ່ເດືອນຕໍ່ນັກຮຽນຜູ້ໜຶ່ງ, ສຳລັບໂຮງຮຽນຝາກລົດນັກຮຽນຜູ້ໜຶ່ງຈະຕ້ອງໄດ້ຈ່າຍຄ່າທຳນຽມແຕ່ 2 - 3 ແສນກີບຕໍ່ສົກຮຽນໜຶ່ງ ແລະ ສຳລັບວີທະຍາໄລເອກກະຊົນກໍມີລາຄາຮຽນແພງຂຶ້ນ.

ໃນບົດຄຳເຫັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ເນື່ອງໃນໂອກາດໄຂສົກຮຽນໃໝ່ 2015-2016 ໃຫ້ຮູ້ວ່າ: ໃນສົກຮຽນປີ 2014-2015 ຜ່ານມາ, ວຽກງານການສຶກສາລາວມີຜົນສຳເລັດຫລາຍດ້ານນັບທັງປະລິມານ ແລະ ຄຸນນະພາບ, ໂຮງຮຽນຫລາຍແຫ່ງທັງພາກລັດ ແລະ ເອກະຊົນກາຍເປັນໂຮງຮຽນຕົວແບບດີເດັ່ນດ້ານການຮຽນ-ການສອນ, ເປັນໂຮງຮຽນສີຂຽວ, ສະອາດ, ປອດຢາເສບຕິດ ແລະ ອື່ນໆ,ຂະນະດຽວກັນ, ບັນດານັກຮຽນ-ນັກສຶກສາກໍມີຄວາມຕັ້ງໃຈຕໍ່ການຮຽນດ້ວຍຕົນເອງ ແລະ ມີຜົນການຮຽນດີຂຶ້ນເປັນລຳດັບ ແລະ ສຳລັບສົກຮຽນປີ 2015-2016 ນີ້, ຍິ່ງເປັນສົກຮຽນທີ່ມີຄວາມໝາຍສຳຄັນຫລາຍຕໍ່ການຈັດຕັ້ງປະຕິບັດບັນດາແຜນພັດທະນາການສຶກສາແຫ່ງຊາດ ແລະ ທັງມີການເຊື່ອມໂຍງກັບພາກພື້ນ ແລະ ສາກົນຫລາຍຂຶ້ນ, ເຊິ່ງມັນເລັ່ງທວງໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາແຕ່ລະຄົນຈະໄດ້ເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຈິດໃຈບຸກທະລຸ ເພື່ອໃຫ້ແຜນພັດທະນາການສຶກສາບັນລຸເປົ້າໝາຍສຳເລັດເປັນຮູບປະທຳຂຶ້ນເທື່ອລະກ້າວ.

No comments:

Post a Comment