Ad

Ad

31 August 2015

ງານສັບປະດາວັດທະນາທຳຫວຽດນາມຢູ່ລາວ

 ງານສັບປະດາວັດທະນະທຳຫວຽດນາມຢູ່ລາວ, ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 28 ສິງຫານີ້ ແລະ ຈະດໍາເນີນໄປຮອດວັນທີ 2 ກັນຍາ 2015 ນີ້, ທີ່ຫໍວັດທະນາທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການຜະລິດ ແລະ ຈໍລະຈອນ, ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ພ້ອມດ້ວຍບັນດາການນຳພັກ-ລັດສອງປະເທດລາວ-ຫວຽດນາມເຂົ້າຮ່ວມຈຳນວນຫລາຍ.
              ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບົວເງິນ ຊາພູວົງ ໄດ້ກ່າວເປີດງານສັບປະດາດັ່ງກ່າວວ່າ: ງານວາງສະແດງຮູບພາບ ແລະ ສີລະປະ ໃນສັບປະດາວັດທະນະທຳຫວຽດນາມຢູ່ລາວຄັ້ງນີ້ແມ່ນກິດຈະກຳໜຶ່ງເພື່ອແລກປ່ຽນສີລະປະວັດທະນະທຳລະຫວ່າງລາວ-ຫວຽດນາມ ທີ່ໄດ້ພ້ອມກັນຈັດຕັ້ງແຕ່ປີ 2012 ເປັນຕົ້ນມາ, ເພື່ອສ້າງຄວາມເຂົ້າໃຈຕໍ່ວັດທະນາທຳໃຫ້ແກ່ປະຊາຊົນສອງປະເທດລາວ-

ຫວຽດນາມ, ເປັນການໂຄສະນາເຜີຍແຜ່ວັດທະນາທຳອັນດີງາມຂອງຊາດ ແລະ ດຶງດູດການທ່ອງທ່ຽວເຮັດໃຫ້ແຂກ, ນັກທ່ອງທ່ຽວທີ່ມາທ່ຽວຢູ່ລາວ ແລະ ຫວຽດນາມ ໄດ້ຮັບຮູ້ເຂົ້າໃຈດ້ານວັດທະນະທຳ ແລະ ປະຫວັດສາດຂອງສອງປະເທດລາວ-ຫວຽດນາມຢ່າງແທ້ຈິງ ແລະ ນຳໄປໂຄສະນາເຜີຍແຜ່ຕໍ່ໃຫ້ເພື່ອນມິດຂອງເຂົາເຈົ້າໄດ້ຮັບຮູ້ ແລະ ຊັກຊວນໃຫ້ເຂົ້າມາທ່ອງທ່ຽວຢູ່ລາວ ແລະ ຫວຽດນາມນັບມື້ຫລາຍຂຶ້ນ. ນອກຈາກນີ້, ງານດັ່ງກ່າວຍັງເປັນການ
ປະກອບສ່ວນສຳຄັນໃນການເພີ່ມພູນຄູນສາຍພົວພັນມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ເຂົ້າສູ່ລວງເລິກ.
              ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງ ຢຸ່ຍ ບຽນ ກ່າວວ່າ: ປີ 2015 ເປັນປີທີ່ມີຄວາມໝາຍສຳຄັນພິເສດສຳລັບຫວຽດນາມ ແລະ ລາວ ເພາະວ່າເປັນປີສະເຫລີມສະ ຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 70 ປີ ແລະ ສະເຫລີມສະຫລອງວັນຊາດຂອງ ສ ປປ ລາວ ຄົບຮອບ 40 ປີ. ທ່ານ ເວືອງ ຢຸ່ຍ ບຽນ ກ່າວຕື່ມວ່າ: ສັບປະດາວັດທະນະທຳຫວຽດນາມຢູ່ລາວປີນີ້, ແມ່ນການເຄື່ອນໄຫວພົບປະ
ແລກປ່ຽນທີ່ມີຄວາມໝາຍສຳຄັນດ້ານວັດທະນາທຳ, ຊຶ່ງລວມມີການສະແດງສີລະປະຂອງຫວຽດນາມ, ວາງສະແດງຮູບພາບທາງດ້ານມໍລະດົກວັດທະນະທຳ, ງານບຸນປະເພນີຕ່າງໆຂອງຊາດ ແລະ ປະຊາຊົນຫວຽດນາມ, ເພື່ອສະແດງໃຫ້ເຫັນພື້ນຖານວັດທະນາທຳທີ່ເປັນເອກະລັກສະເພາະຂອງຊາດ, ສະແດງເຖິງຈິດໃຈ ແລະ ວິຖີຊີວິດຂອງຄົນຫວຽດ ນາມ ແລະ ເຊື່ອໝັ້ນວ່າບັນດາລາຍການສະແດງສີລະປະ ແລະ ວາງສະແດງຮູບພາບຄັ້ງນີ້, ຈະເຮັດໃຫ້ງານສັບປະດາວັດທະນະທຳຫວຽດນາມຢູ່ລາວປີນີ້ມີຜົນສຳເລັດຈົບງາມ, ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວໃຫ້ນັບມື້ງອກງາມຍິ່ງຂຶ້ນ.

No comments:

Post a Comment