Ad

Ad

8 October 2015

​ຈັບຊາວຕ່າງຊາດພ້ອມ​ກັນຊາ 5 ກິ​ໂລ

ພາບ-ຂ່າວ: ຫນັງສືພິມ ປກສ
     ທ້າວ ອາໂກດີເຄຼຕຸໄມ ອາຍຸ 38 ປີ(ສັນຊາດໄນຈີເລຍ) ຢູ່ບ້ານອາໂກກວາ ເມືອງໄອດີເອໂຕນອດ ແຂວງໂລໂຄກາເວີນເມັນ ປະເທດໄນຈີເລຍ, ໄດ້ຖືກເຈົ້າໜ້າ ທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດຂອງລາວຈັບຕົວມາດໍາເນີນຄະດີພາຍຫລັງຊຸຸກເຊື່ອງກັນຊາມີນໍ້າໜັກ 5 ກິໂລກຽມອອກໄປປະເທດປະເທດທີ 3 ຢູ່ດ່ານສາກົນຂົວມິດຕະພາບລາວ-ໄທ1, ນະຄອນຫລວງວຽງຈັນເມື່ອຕົ້ນເດືອນຕຸລານີ້.
    ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະພາບວ່າ:ກັນຊາທັງໝົດແມ່ນຂອງຜູ້ກ່ຽວແທ້ເພື່ອກຽມຂົນສົ່ງອອກໄປປະເທດທີສາມໂດຍຜ່ານດ່ານດັ່ງກ່າວແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ, ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການຂະຫຍາຍຜົນເພື່ອຕິດຕາມຈັບຜູ້ຮ່ວມກຸ່ມແກ້ງຄ້າຂາຍຢາເສບຕິດລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.


No comments:

Post a Comment