Ad

Ad

7 October 2015

ລາວ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີອາ​ຊຽນ

ວັນທີ 5 ຕຸລານີ້, ທ່ານບັນດິດ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງວິທຍາສາດແລະເຕັກໂນໂລຊີໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນວ່າ:​ ໃນເດືອນພະຈິກນີ້ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນທາງດ້ານວິທະ ຍາສາດແລະເຕັກໂນໂລຊີ ຄັ້ງທີ່ 16  ​ແລະ ກອງປະຊຸມຄະນະກຳມະການຮ່ວມມືອາຊຽນທາງດ້ານວິທະຍາສາດແລະເຕັກໂນໂລຊີຄັ້ງທີ 70 ຂຶ້ນທີ່ນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີກ່າວວ່າ: ຄະນະກຳມະການອາຊຽນທາງດ້ານວິທະຍາສາດແລະເຕັກໂນໂລຊີໄດ້ຮັບການສ້າງຕັ້ງຂື້ນໃນປີ 1978  ​ແລະ ນັບຈາກນັ້ນມາບັນດາປະເທດສະມາຊຶກອາຊຽນກໍໄດ້ຜັດປ່ຽນກັນຈັດກອງປະຊຸມດັ່ງກ່າວຂຶ້ນໃນແຕ່ລະປີຕາມຮອບວຽນ​,​ ເພື່ອທົບທວນການປະຕິບັດ​​ເປົ້າໝາຍການຮ່ວມມືທາງດ້ານວິທະຍາສາດແລະເຕັກໂນໂລຊີຂອງບັນດາປະເທດອາຊຽນໃຫ້ສອດຄ່ອງກັບການພັດ ທະນາເສດຖະກິດ-ສັງຄົມຂອງແຕ່ລະໄລຍະ​ ​ແລະ ສຳ ລັບການເປັນເຈົ້າພາບກອງປະຊຸມດັ່ງກ່າວຂອງສປປ ລາວໃນຄັ້ງນີ້ຈະປະກອບດ້ວຍກອງປະຊຸມຢູ່ໃນ 3 ລະດັບຄື: (1) ກອງປະຊຸມໃນລະດັບອານຸກຳມະການ,
ຊຶ່ງລວມມີກອງປະຊຸມຄະນະທີ່ປຶກສາທາງດ້ານແຜນປະຕິບັດງານວຽກງານອາຊຽນທາງດ້ານວິທະຍາສາດແລະເຕັກໂນໂລຊີ ແລະ ກອງປະຊຸມຄະນະທີ່ປຶກສາທາງດ້ານກອງທືນວິທະຍາສາດ​. (2) ​ແມ່ນກອງປະຊຸມເຈົ້າໜ້າທີ່ອາວຸໂສ, ຊຶ່ງປະກອບມີກອງປະຊຸມຄະນະກຳມະການທາງດ້ານວິທະຍາສາດແລະເຕັກໂນໂລຊີຂອງບັນດາປະເທດອາຊຽນຄັ້ງທີ 70 , (3) ກອງປະຊຸມລະດັບລັດຖະມົນຕີວິທະຍາສາດແລະເຕັກໂນໂລຊີອາຊຽນຄັ້ງທີ 16, ຊຶ່ງຄາດວ່າໄລຍະຈັດກອງປະຊຸມດັ່ງກ່າວຍັງຈະມີກອງປະຊຸມສຳມະນາໃນຫົວຂໍ້ທີ່ກ່ຽວຂ້ອງຕ່າງໆ  ​ແລະບັນດາລັດຖະມົນຕີວິທະຍາສາດອາຊຽນຈະໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນເພື່ອຊຸກຍູ້ສົ່ງເສີມການຮ່ວມມື  ​ແລະ ການພັດທະນາວິທະຍາສາດແລະເຕັກໂນໂລຊີ  ​ແລະ ນະວັດຕະກຳຂອງບັນດາປະເທດອາຊຽນ, ຊຶ່ງລວມເຖິງການຮ່າງແຜນພັດທະນາທາງດ້ານດັ່ງກ່າວຂອງບັນດາປະເທດອາຊຽນໃນໄລຍະປີ 2016 - 2025, ພ້ອມກັນນັ້ນກໍຈະໄດ້ປຶກສາຫາລືຫຼາຍບັນຫາແລະ ສິ່ງທ້າທາຍຫຼາຍຢ່າງໃນຂົງເຂດການພັດທະຍາວຽກງານດັ່ງກ່າວຂອງອາຊຽນອີກດ້ວຍ.

            ລັດຖະມົນຕີກ່າວວ່າກອງປະຊຸມດັ່ງກ່າກໍເພື່ອໃຫ້ສອດຄ່ອງກັບວິໄສທັດທາງດ້ານວິທະຍາສາດຂອງອາຊຽນໃນປີ 2020 ຊຶ່ງຜູ້ນຳອາຊຽນໄດ້ຮັບຮອງເອົາໃນປີ 1997 ນັ້ນແມ່ນການລວມຕົວກັນຂອງບັນດາປະຊາຊາດອາຊີອາຄະເນໃຫ້ດຳລົງຊີວິດຢູ່ໃນສັນຕິພາບ, ສະຖຽນລະພາບແລະ ຄວາມຈະເລີ, ສະນັ້ນການຮ່ວມມືກັນທາງດ້ານວິທະຍາສາດແລະເຕັກໂນໂລຊີແມ່ນແນ່ໃສ່ໃຫ້ບັນດາປະເທດອາຊຽນມີຄວາມ​​ເຂັ້ມແຂງແລະ ສາມາດແຂ່ງຂັ້ນທາງດ້ານວິທະຍາສາດແລະເຕັກໂນໂລຊີໃຫ້ມີຄວາມກ້າວໜ້າ, ມີຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດໃນດ້ານນີ້ໃນລະດັບສູງແລະ ມີເຄືອຂ່າຍການພົວພັນລະ ຫວ່າງສະຖາບັນຕ່າງໆທາງດ້ານການຂະຫຍາຍຕົວຂອງວິທະຍາສາດແລະເຕັກໂນໂລຊີທີ່ເຂັ້ມແຂງ. ​ເພື່ອບັນລຸວິໄສທັດອາຊຽນໃນປີ 2020 ນັ້ນ, ຜູ້ນຳຂອງບັນດາປະເທດອາຊຽນໄດ້ກຳນົດທິດທາງແລະ ມາດຕະການຫຼາຍຢ່າງໃນການສົ່ງເສີມວິທະຍາສາດແລະເຕັກໂນໂລຊີ,​ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ການຄົ້ນຄ້ວາ, ການພັດທະນາຊັບພະຍາກອນມະນຸດແລະ ອື່ນໆ, ຕະຫຼາດຮອດການຄຸ້ມຄອງວິທະຍາສາດແລະເຕັກໂນໂລຊີໃນອະນາຄົດອີກດ້ວຍ.

No comments:

Post a Comment