Ad

Ad

7 October 2015

ຫລາຍ​ແຫ່ງສະຫລອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ດ້ວຍບັນຍາກາດຟົດຟື້ນ

     ​ວັນທີ 6 ຕຸລານີ້, ໂຮງຮຽນຫລາຍແຫ່ງໃນນະຄອນຫລວງວຽງຈັນ, ​ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 21 ປີ (1994-2015) ດ້ວຍບັນຍາກາດຟົດ​​ຟື້ນ, ເພື່ອຫວນຄືນມູນເຊື້ອຂອງວັນດັ່ງກ່າວແລະ ຈາລຶກຄຸນ​​ງາມຄວາມດີຂອງຄູ-ອາຈານ ທີ່ໄດ້ເສຍຫລະແລະ ອຸທິດ​​ເຫື່ອແຮງຕົນ​ ​​ເຂົ້າໃນການສິດສອນ, ຖ່າຍທອດຄວາມຮູ້, ​ຄວາມສາມາດໃຫ້ແກ່ນັກຮຽນ​​ໃນແຕ່ລະຮຸ້ນຢ່າງບໍ່ຮູ້ອິດຮູ້ເມື່ອຍ, ຊຶ່ງ​​ໃນນີ້ ຢູ່ໂຮງຮຽນມັດທະຍົມສົມບູນ ວຽງຈັນ (. ວຽງຈັນ), ​ກໍໄດ້ຈັດຕັ້ງພິທີດັ່ງກ່າວຂຶ້ນ​, ​ໂດຍມີທ່ານ ບຸນທ່ຽງ ສາຍສຸວັນ ຫົວໜ້າສຶກສານິເທດ ພະແນກສຶກສາທິການແລະ ກິລາ ນະຄອນຫລວງວຽງຈັນ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ​​ເຂົ້າຮ່ວມເປັນຈຳນວນຫລາຍ.
     ຜູ້ອຳນວຍການ​​ໂຮງຮຽນ . ວຽງຈັນ ​​ໄດ້ມີຄຳເຫັນ ໃນພິທີອັນມີຄວາມໝາຍສໍາຄັນດັ່ງກ່າວວ່າ: ມັນເປັນໂອກາດອັນດີໃຫ້ຄູ-ອາຈານ ແລະ ນັກຮຽນພວກເຮົາໄດ້ທົບທວນ​​ຄືນຄຸນງາມຄວາມດີແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນສົ່ງຄວາມຮູ້ ຄວາມສາມາດໃຫ້ແກ່ຕົນເອງ ທັງເປັນການເຊີດຊູກຽດສັກສີຖານະບົດບາດຂອງຄູໃນສັງຄົມໃຫ້ສູງຂຶ້ນແລະ ຍົກໃຫ້ເຫັນຜົນສຳເລັດຂອງການສຶກສາຮ່ຳຮຽນ ແລະ ການດຳລົງຊີວິດ. ນອກຈາກນີ້ ຍັງເປັນໂອກາດອັນດີໃຫ້ຄູ-
ອາຈານ, ຜູ້ປົກຄອງນັກ ຮຽນ, ສິດເກົ່າ, ອຳນາດການປົກຄອງທ້ອງຖິ່ນແລະ ຊຸມຊົນໄດ້ຮັບຮູ້ສະພາບຄວາເປັນຈິງຂອງໂຮງຮຽນແລະ ພ້ອມກັນປຶກສາຫາລືພັດທະນາໂຮງຮຽນໃຫ້ນັບມື້ກ້າວນ້າຂະຫຍາຍຕົວນັບທັງດ້ານພື້ນຖານໂຄງລ່າງ ກໍຄືຄຸນນະພາບການຮຽນ-ການສອນຂອງໂຮງຮຽນແລະເພື່ອເຮັດໃຫ້ນ້ຳໃຈວັນຄູແຫ່ງຊາດ 7 ຕຸລາຍືນຍົງຄົງຕົວ ຢູ່ຕະຫລອດໄປດັ່ງກ່າວຄຳສຸພາສິດກ່າວໄວ້ວ່າ: ການສຶກສາແມ່ນພາລະກິດຂອງທົ່ວພັກ ທົ່ວປວງຊົນລາວຕະຫລອດໄປ.
     ທ່ານອຳນວຍການ ມສ ວຽງຈັນ ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາໂຮງຮຽນ . ວຽງຈັນສາມາດສ້າງນັກຮຽນສຳເລັດການຮຽນລະດັບຊັ້ນມັດທະຍົມ ປາຍທັງໝົດ 41.000 ກວ່າຄົນ. ພິເສດແມ່ນສົກປີຜ່ານມານີ້, ​ໂຮງຮຽນດັ່ງກ່າວ​​ໄດ້ຮັບການຮອງຮັບເປັນໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫລວງວຽງຈັນ, ນັກຮຽນຊັ້ນ4 ​ແລະ 7 ​ເສັງໄດ້ 100% ​ໄດ້ຮັບໃບປະ ກາດແດງແລະ ​​​ເດັ່ນຮອບດ້ານ, ພ້ອມທັງສົ່ງນັກຮຽນເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດຍາດໄດ້ອັນດັບທີ 1, 2 ຫລາຍວິຊາແລະໃນສົກປີ​ 2015-2016ນີ້, ຄູ-ອາຈານຈະໄດ້ສືບຕໍ່ກໍ່ສ້າງນັກຮຽນຕາມ 3 ລັກສະນະແລະ 5 ຫລັກມູນການສຶກສາໃຫ້ເຂັ້ມງວດ, ພ້ອມທັງພັດທະນາໂຮງຮຽນໃຫ້ສົມເປັນ​​ໂຮງຮຽນຕົວແບບຄຸນນະພາແທ້ຈິງ.
     ມື້ດຽວກັນໂຮງຮຽນ ມສ ໂພນທັນ, ເມືອສີສັດຕະນາກ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາຂື້ນຢ່າງຟົດຟື້ນ,​ໂດຍມີຜູ້ຕ່າງໜ້າຈາກພະແນສຶກສາທິການແລະ ກິລາ,ພ້ອມດ້ວຍຄູອາຈານ, ນັກຮຽນແລ ະພໍ່ແມ່ຜູ້ປົກຄອງເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ອ້ອມເພັງ ບາວວັນຄຳ,ອຳນວຍການໂຮງຮຽນດັ່ງກ່າວກ່າວໃນພິທີວ່າ: ​ເພື່ອເປັນການຫວນຄືນມູນເຊື້ອວັນຄູແຫ່ງຊາດທີ່ໝູນວຽນມາຄົບຮອບ 21 ປີ​,ກໍຄືວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2015 ,ດັ່ງນັ້ນທາງໂຮງຮຽນມ ສໂພນທັນຈຶ່ງໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວຂື້ນເພື່ອລະນຶກເຖິງ​​ຜົນງານແລ ຄຸນງາມຄວາມດີຂອງຄູລາວກໍຄືຄູໃນໂຮງຮຽນຂອງຕົນ,ທີ່ມີຜົນງານສ້າງຊັບພະຍາກອນມະນຸດໃຫ້ຊາດແລະ ສັງຄົມ,ຊຶ່ງໃນພິທີສະເຫຼີມສະຫຼອງ​​ໄດ້ມີຫຼາຍກິດຈະກິດຄື: ການສະແດງສີລະປະຈາກນ້ອງນັກຮຽນ,ການຫຼິນເກນແລະ ອື່ນໆ.

ຜູ້ອຳນວຍການກ່າວວ່າ: ​ໃນສົກຜ່ານມາໂຮງຮຽນຂອງຕົນຍາດໄດ້ຜົນສຳເລັດຫຼາຍດ້ານ​​ຄື: ການສອບ​​ເສັງ​​ເລືອນຊັ້ນ ມ4 ບັນລຸໄດ້ 97,45% ​ແລະ 7 ບັນລຸໄດ້ 94,58%, ແລະເພື່ອສືບຕໍ່ພັດທະນາການສຶກສາໃນສົກປີ 2015-2016 ທາງໂຮງ ຮຽນໄດ້ວາງຄາດໝາຍໃຫ້ແກ້ໄຂແນວຄິດຊ້ຳເຮື້ອຂອງວຽກງານການສຶກສາທີ່ເຄີຍມີມາ, ບຸກທະ ລຸດ້ານການສ້າງຊັບພະຍາກອນມະນຸດແນ່​​ໃສ່ບຳລຸງແລະ ຍົກສະດັບຄວາມສາມາດຂອງຄູໃຫ້ສູງຂື້ນ,ບຸກທະລຸການຄຸ້ມຄອງລະບຽບການສືກສາໃຫ້ໜັກແໜ້ນ​​ເຂັ້ມແຂງ,ນຳເອົາມາດຕະຖານການສຶກສາ ແລະ ຄຸນນະພາບຂອງຄູໃຫ້ບັນລຸເປົ້າໝາຍທີ່ໂຮງຮຽນໄດ້ກຳນົດໄວ້ແລະ ບຸກທະລຸດ້ານການລົງທືນ,ະດົມທືນທັງພາຍໃນແລະຕ່າງປະເທດເພື່ອສ້າງພື້ນຖານໂຄງລ່າງ ການສຶກສາພາຍໃນໂຮງຮຽນໃຫ້ພຽງພໍໂດຍພື້ນຖານເພື່ອເປັນກຳລັງແຮງຍົກສູງຄຸນນະພາບການສຶກສາໃຫ້ສູງຂື້ນ ແລະ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີຄື: ສອນດີ,ຮຽນເກັ່ງ,ຕ້ານກັບສິ່ງເສບຕິດໃນຫ້ອງຮຽນແລະ ສ້າງສິ່ງແວດລ້ອມໂຮງຮຽນໃຫ້ດີຂຶ້ນ.   

No comments:

Post a Comment