Ad

Ad

7 October 2015

ຕ້ອງນໍາເອົາຂໍ້ມູນຂ່າວສານທີ່ມີປະໂຫຍດເຂົ້າເຖິງຊາວໜຸ່ມໃຫ້ຫລາຍ

 ທ່ານ ເຈນ ວິນເຊນ ສຕີນ(Jan Vinsen Steen) ຊ່ຽວຊານດ້ານການຂ່າວຈາກປະເທດນອກແວໄດ້ມີຄໍາເຫັນໃນລະຫວ່າງກອງປະຊຸມພົບປະແລກປ່ຽນບົດຮຽນກັບສື່ມວນຊົນລາວໃນຫົວຂໍ້ການດຶງດູດໃຫ້ຊາວໜຸ່ມນັກຮຽນ-ນັກສຶກສາຫັນມາອ່ານໜັງສືພີມຫລາຍຂຶ້ນໃນວັນທີ 6 ຕຸລານີ້ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫລວງວຽງຈັນວ່າ: ພວກເຮົາຕ້ອງນໍາເອົາຂໍ້ມູນຂ່າວສານທີ່ມີປະໂຫຍດໄປເຂົ້າເຖິງຊາວໜຸ່ມນັກຮຽນ-ນັກສຶກສາໃຫ້ຫລາຍຂຶ້ນ, ເນື່ອງຈາກຊາວໜຸ່ມແມ່ນກຸ່ມຄົນທີ່ກວມອັດຕາພົນລະເມືອງສ່ວນຫລາຍ ແລະ ເປັນຊັບພະຍາກອນມະນຸດທີເປັນກໍາລັງແຮງສັງລວມພັດທະນາປະເທດ.
ທ່ານ ເຈນ ກ່າວວ່າ: ປັດຈຸບັນທົ່ວໂລກມີປະຊາກອນຫລາຍກວ່າ 7 ຕື້ຄົນ, ໃນນັ້ນ 1 ສ່ວນ 3 ແມ່ນສາມາດເຂົ້າເຖິງຂໍ້ມູນຂ່າວສານຜ່ານລະບົບອີນເຕີເນັດ ແລະ ສ່ວນຫລາຍແມ່ນຊາວໜຸ່ມ ແລະ ຢູ່ບັນດາປະເທດເອີຣົບເດັກນ້ອຍນັບແຕ່ອາຍຸ 9 ປີຂຶ້ນໄປແມ່ນຮູ້ຈັກນໍາໃຊ້ ແລະ ບໍລິໂພກຂໍ້ມູນຂ່າວສານຜ່ານອຸປະກອນສື່ສານ ແລະ ໂທລະສັບມືຖືທີ່ທັນສະໄໝເຊັ່ນ: ໄອແພດ, ໄຟໂຟນ ແລະ ອື່ນໆ, ເຊິ່ງມີທັງດ້ານດີ ແລະ ດ້ານລົບຫລາຍຢ່າງຕາມມາ.

ສໍາລັບ ສປປ ລາວ, ມີປະຊາກອນປະມານ 6,8 ລ້ານຄົນ, ແຕ່ການນໍາໃຊ້ມືຖືແມ່ນມີຫລາຍກວ່າ 7 ລ້ານເຄື່ອງ, ເນື່ອງຈາກຄົນຈໍານວນບໍ່ໜ້ອຍມີມືຖືໃຊ້ຫລາຍກວ່າ 2 ເຄື່ອງ ແລະ ຫລາຍກວ່າເຄິ່ງແມ່ນສາມາດນໍາໃຊ້ອິນເຕີເນັດ, ໃນນັ້ນຫລາຍກວ່າ 20% ແມ່ນບໍລິໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍຂອງບັນດາຊາວໜຸ່ມເຊັ່ນ: ເຟສບຸກ, ວີແຊດ, ວອດແອບແລະ ອື່ນໆ. ສະນັ້ນຈຶ່ງເຮັດໃຫ້ການບໍລິໂພກຂໍ້ມູນຂ່າວສານຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບມີກະແສຫລຸດລົງເປັນລໍາດັບໃນບໍ່ເທົ່າໃດປີມານີ້, ແນວໃດກໍຕາມເພື່ອຮັບປະກັນໃຫ້ການບໍລິໂພກຂໍ້ມູນຂ່າວສານຜ່ານສື່ມວນຊົນໃນສັງຄົມເພີ່ມຂຶ້ນ, ໂດຍສະເພາະແມ່ນໜັງສືພີມຕ່າງໆ, ມັນຈຶ່ງມີຄວາມຈໍາເປັນໃຫ້ພວກເຮົາຕ້ອງໄດ້ນໍາເອົາຂໍ້ມູນຈາກໜັງສືພິມໄປເຂົ້າເຖິງກຸ່ມໄວໜຸ່ມໃຫ້ຫລາຍຂຶ້ນ, ໂດຍເລີ່ມຈາກການສ້າງພື້ນຖານທາງດ້ານວັດທະນາທໍາການອ່ານແຕ່ເຍົາໄວຍິ່ງເປັນການດີ, ເພື່ອດຶງດູດໃຫ້ພວກເຂົາເຫັນໄດ້ເຖິງຄວາມສໍາຄັນຂອງການບໍລິໂພກຂໍ້ມູນຂ່າວສານຜ່ານສື່ມວນຊົນ ແລະ ເຮັດໃຫ້ພວກເຂົາຢາກມາມີສ່ວນຮ່ວມໃນການພັດທະນາວຽກງານດັ່ງກ່າວຫລາຍຂຶ້ນ, ເຊິ່ງເຊື່ອວ່າຖ້າຊາວໜຸ່ມ, ນັກຮຽນ-ນັກສຶກສາໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ມີປະໂຫຍດຖືກຕ້ອງແລ້ວ, ກໍຈະເຮັດໃຫ້ການປະພືດຫລືການເຄື່ອນໄຫວຂອງພວກເຂົາກໍຈະດີຂຶ້ນ ແລະເປັນປະໂຫຍດຕໍ່ສັງຄົມເຊັ່ນກັນ.

No comments:

Post a Comment