Ad

Ad

7 October 2015

ເຜີຍແຜ່​ຄວາ​ມຮູ້​​​ວຽກ​ງານ​ລິ​ຂະ​ສິດ

ໃນວັນທີ 6 ຕຸລານີ້, ຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ມີກອງປະຊຸມເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານລິຂະສິດໃຫ້ຜູ້ປະກອບການຕ່າງໆທີ່ມີຜົນງານການປະດິດແຕ່ງ, ຄ້າຍເພງ ແລະ ຕົວແທນຈົດທະບຽນຊັບສີນທາງປັນຍາ, ໂດຍການເປັນປະທານຂອງທ່ານ ມາຄະ ຈັນທະລາ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດແລະເຕັກໂນໂລຊີ, ເພື່ອໃຫ້ຜູ້ເຂົ້າຮ່ວມເຫັນໄດ້ຄວາມສໍາຄັນໃນການຄຸ້ມຄອງແລະ ປົກປ້ອງຜົນງານຂອງຕົນເອງທີ່ໄດ້ສ້າງແລະປະດິດຄິດແຕ່ງຂຶ້ນມາໂດຍສະເພາະ ລະບຽບການທີ່ພົວພັນກັບວຽກງານຄຸ້ມຄອງ, ການປົກປ້ອງລິຂະສິດແລະ ສິດກ່ຽວຂ້ອງກັບລິຂະສິດ, ການບໍລິຫານແລະ ຄຸ້ມຄອງລິຂະສິດແບບລວມໝູ່ ແລະ ຮັບຮູ້ເຖິງສິດຂອງຕົນເອງແມ່ນຫຍັງ​, ກົດໝາຍໄດ້ໃຫ້ສິດແນວໃດກ່ຽວກັບນັກປະດິດຄິດແຕ່ງ, ນັກສ້າງສັນຜົນງານທາງດ້ານສິລະປະກຳ, ວັນນະກຳ, ດ້ານວິທະຍາສາດ ແລະ ເອກະສານທີ່ນຳມາເຜີຍແຜ່​​ຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ລະບຽບການປົກປ້ອງວຽກງານລິຂະສິດແລະ ສິດກ່ຽວຂ້ອງກັບລິຂະສິດ, ບົດບາດຄວາມສຳຄັນຂອງສະມາຄົມບໍລິຫານ-ຄຸ້ມຄອງລິຂະສິດແບບລວມໝູ່ແລະ ລະບຽບການທີ່ກ່ຽວຂ້ອງອື່ນໆອີກ.

No comments:

Post a Comment