Ad

Ad

7 October 2015

ກະຊວງ​ການ​ເງິນ​ຊີ້​ແຈງ​ບັນ​ຫາ​ການ​ເບີກ​ຈ່າຍ​ເງິນ​ນເດືອນ​​ຊັກ​ຊ້າຢູ່​ບາງ​ກົມ​ກອງ​​​ແມ່ນ​ເປັນຍ້ອນ​ກະຊວງ​ກ່ຽວຂ້ອງ​ເອງ

           
ເມື່ອມໍມານີ້ທ່ານ ສີລາວຽງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງການເງິນໄດ້ອອກມາຊີ້ ແຈ້ງບັນຫາທີ່ພົນທະຫານຈາກກອງພົນທີ່​ 5  ​ແຂວງຈຳປາສັກສະເໜີຜ່ານສາຍດ່ວນສະພາແຫ່ງຊາດວ່າ: ໄດ້ຮັບເງິນເດືອນຊັກຊ້າ, ​ຢາກໃຫ້ພາກສ່ວນກ່ຽວຂ້ອງຫາວີທີຊ່ວຍເຫຼືອ, ຊຶ່ງຕໍ່ບັນຫານີ້ທ່ານໄດ້ຊີ້ແຈ້ງວ່າ: ​ໃນຄວາມເປັນຈິ່ງແລ້ວ​​ເງິນເດືອນພະນັກງານທະຫານຢູ່ແຕ່ລະກົມກອງບໍ່ວ່າຈະ​​ເປັນກອງພົນທີ 1 ຫາ 5  ​ແມ່ນຄວາມຮັບຜິດຊອບໂດຍກົງຂອງການເງິນ​​ກະຊວງປະກັນປະ​ເທດແລະ ສຳລັບການເບີກຈ່າຍຊັກຊ້ານັ້ນ, ທາງກະຊວງການເງິນຂໍຢືນຢັວ່າແຕ່ໃດໆມາ​​ຕົນເອງໄດ້ຖືເອົາການອະນຸມັດເບີກຈ່າຍເງິນເດືອນເປັນບູລິມະສິດອັນດັບໜຶ່ງ​​ເພື່ອໃຫ້ພະນັກງານລັດຖະກອນ​, ທະຫານ, ຳຫຼວດໄດ້ຮັບເງິນເດືອນຢ່າງທົ່ວເຖິງແລະທັນກັບກຳນົດເວລາ, ໂດຍໄດ້ອອກຄຳສັ່ງແນະນຳແລະແຈ້ງການ​​ເຖິງບັນດາກົມກອງບໍ່ວ່າຈະເປັນທະຫານ  ​ແລະ ຕຳຫຼວດ, ເພື່ອ​​​ໃຫ້ເອົາໃຈໃສ່ເບີຈ່າຍເງິນເດືອນຂອງ​​ແຕ່ລະກົມກອງ​​ໃຫ້ທັນກຳນົດເວລາແລະ ຖືກຕ້ອງຕາມລະບຽບການກຳນົດ,​ ແຕ່ກໍສະຈາກບໍ່ໄດ້ໄລຍະຜ່ານມາການເບີກຈ່າຍເງິນເດືອນຢູ່ບາງຂົງເຂດ, ກົມກອງຍັງຊັກຊ້າ, ​ໂດຍສະເພາະເຂດຫ່າງໄກສອກຫຼີກ, ດັ່ງນັ້ນ ໃນສົກປີ 2014-2015 ນີ້ທາງກະຊວງການເງິນໄດ້ມີການປັບລະບົບຂັ້ນຕອນການຂໍ້ອະນຸມັດເງິນໃຫ້ກະທັດຮັດຶ້​​ກວ່າເກົ່າແລະ ໄດ້ປັບປຸງລະບົບ​​ເບີກຈ່າຍ​​ເງືອນເດືອນຂອງບຸກຄົນໃຫ້ໄວຶ້ເຊັ່ນ: ການເບີກ
ຈ່າຍເງິນເດືອນຜ່ານລະບົບ ATM, ​ຊຶ່ງຍັງບໍ່ໄດ້ນຳໃຊ້ໃນຂົງເຂດກະຊວງປ້ອງກັນປະ​ເທດ, ປ້ອງກັນຄວາມສະຫງົບ, ຍ້ອນຄວາມຫຍຸ້ງຍາກຫຼາຍຢ່າງ ເພາະວ່າລະບົບ ATM  ​ນັ້ນໃຊ້ໄດ້ສະເພາະໃນຕົວເມືອງ, ຊຶ່ງອາດ​​ເປັນສາເຫດໜຶ່ງເຮັດໃຫ້ການເບີກຈ່າຍເງິນເດືອນໃນກະຊວງດັ່ງກ່າວຊັກຊ້າແລະ ຈາກການກວດສອບໄລຍະຜ່ານມາເຫັນວ່າການເບີກຈ່າຍເງິນເດືອນຢູ່ບາງກົມກອງຊັກຊ້ານັ້ນແມ່ນເປັນຍ້ອນລະບົບພາຍໃນຂອງກະຊວງດັ່ງກ່າວເອງ,​ ຊຶ່ງຜ່ານມາກະຊວງການເງິນເອງ​​ແມ່ນໄດ້ເອົາໃຈໃສ່ອຳນວຍຄວາມສະດວກ​​ທີ່ສຸດສຳລັບກຳລັງປະກອບອາວຸດ​, ໂດຍໄດ້ອະມັດໃຫ້່ວງໜ້າເຖິງ 6  ​ເດືອນສະເພາະກະຊວງປ້ອງກັນປະ​ເທດ​ ​ແລະໃນທຸກໆເດືອນກະຊວງການເງິນຈະມີການປະສານສົມທົບກັບກະຊວງປ້ອງກັນປະ​ເທດເພື່ອກະກຽມ​​​ເບີກຈ່າຍເງິນເດືອນ​ ​ແລະເງິນອຸດໜູນຕ່າງໆໃຫ້ວ່ອງໄວແລະພຽງພໍ,​ ແຕ່ເຖິງຢ່າງໃດກໍຕາມຕໍ່ຄຳສະເໜີດັ່ງກ່າວກະຊວງການເງິນຈະສືບຕໍ່ປະສານສົມທົບກັບກະຊວງກ່ຽວຂ້ອງເພື່ອຊຸກຍູ້ຕິດຕາມການແຈກຢາຍເງິນເດືອນພາຍຫຼັງທີ່ອະນຸມັດໄປແລ້ວແລະ ປັດຈຸບັນກະຊວງການເງິນ​​ໄດ້ ມີມາດຕະການເພື່ອ​​​ເຮັດໃຫ້ການເບີກຈ່າຍ​​ເງິນເດືອນໄວຂຶ້ນ, ໂດຍສະເພາະແມ່ນການເຮັດໜັງສືແຈ້ງເຖິງລັດຖະມົນຕີກະຊວງທີ່ກ່ຽວຂ້ອງພາຍຫຼັງທີ່​​ໄດ້ອະນຸມັດໄປ​​ແລ້ວວ່າໄດ້ຮັບຫຼືບໍ່, ພ້ອມທັງຈະກວດຄືນລະບົບເບີກຈ່າຍຕ່າງໆເພື່ອ​​ເຮັດໃຫ້ການເບີກຈ່າຍເງິນເດືອນຂອງແຕ່ລະກົມກອງໄວຂຶ້ນ ແລະ ຖ່ວງທັນກຳນົດເວລາ.

No comments:

Post a Comment