Ad

Ad

7 October 2015

ກຽມສະຫລອງວັນສຸຂະພາບຈິດໂລກ 10 ຕຸລານີ້


     ໃນວັນທີ 6 ຕຸລານີ້, ຢູ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຈັດຖະແຫລງ ຂ່າວ ເພື່ອກະກຽມໃຫ້ແກ່ກາສະເຫລີມສະ ຫລອງ ວັນສຸຂະພາບຈິດໂລກ ຄົບຮອບ 25 ປີ (1990-2015), ໂດຍມີທ່ານນາງ ດຣ. ຈັນທາຣາວາດີ ຈຸລາມະນີ ຈິດຕະແພດ ແລະ ຜູ້ຈັດການຂອງແຜນງານເບຊິກນີສ ແລະ ໄດ້ຖະແຫລງວ່າ: ປັດຈຸບັນຢູ່ທົ່ວໂລກມີຄົນທີ່ມີ ບັນຫາສຸຂະພາບຈິດເປັນຈຳນວນຫລາຍພັນຄົນ, ຊຶ່ງພວກເຂົາເຫລົ່ານັ້ນ ໄດ້ຖືກລະເມີດ ດ້ານສິດທິ, ຈຳແນກລັງກຽດ, ພ້ອມທັງຖືກທາລຸນນະກຳທາງດ້ານອາລົມ ແລະ ຮ່າງ ກາຍນຳອີກ. ເຊິ່ງການປິ່ນປົວພວກເຂົາເຫລົ່ານັ້ນ ຈະເປັນການໃຫ້ກຽດ, ເປັນມິດຕິດ ພັນກັບເຂົາເຈົ້າຢ່າງໃກ້ຊິດ, ພ້ອມກັນນີ້ ການນັບຖືເອກກະລັກສ່ວນບຸກຄົນ ແລະ ການ ປົກປ້ອງກຽດຂອງເຂົາເຈົ້າ, ອາດດ້ວຍການໂອ້ລົມຢ່າງສະນິດສະໜົມ, ເວົ້າຈາສຸ ພາບ ແລະ ບໍ່ຄວນນິນທາດູຖູກ ຫລື ຕຳນິສິ່ງທີ່ຜິດປົກກະຕິຂອງເຂົາເຈົ້າ, ຊຶ່ງມັນຈະຊ່ວຍໃຫ້ບຸກຄົນ ເຫລົ່ານັ້ນຫາຍຂາດຈາກພະຍາດຈິດໄດ້ເປັນຢ່າງດີ, ນອກຈາກນີ້ ບຸກຄົນດັ່ງກ່າວ ຍັງສາມາດຫາຍຂາດຈາກພະຍາດດັ່ງກ່າວໄດ້ ຖ້າໄດ້ຮັບການປິ່ນປົວຈາກແພດໝໍ ແລະ ດູແລຈາກຄອບຄົວ ແລະ ສັງຄົມເປັນຢ່າງດີ.


     ດັ່ງນັ້ນ ພວກເຮົາທຸກຄົນໃນສັງຄົມຄວນຫັນມາໃສ່ໃຈ ແລະ ໃຫ້ຄວາມສຳຄັນແກ່ ຜູ້ທີ່ມີບັນຫາດ້ານສຸຂະພາບຈິດ ເພື່ອເຮັດໃຫ້ບຸກຄົນເຫລົ່ານັ້ນ ໄດ້ຮັບການປິ່ນປົວໃຫ້ ຫາຍຂາດ ແລະ ກັບມາເປັນຄົນປົກກະຕິໂດຍໄວ ແລະ ຄາດວ່າໃນວັນທີ 10 ຕຸລານີ້, ຢູ່ລາວເຮົາກໍຈະມີການສະເຫລີມສະຫລອງວັນດັ່ງກ່າວເຊັ່ນກັນ.

No comments:

Post a Comment