Ad

Ad

2 October 2015

ລະບົບເຝົ້າລະວັງພະຍາດຢູ່ນະຄອນຫລວງມີປະສິດທິພາບດີຂຶ້ນ


ກອງປະຊຸມສະຫລຸບຕີລາການຈັດຕັ້ງປະຕິບັດວຽກງານເຝົ້າລະວັງພະຍາດຢູ່ນະຄອນຫລວງວຽງຈັນ ໃນໄລຍະໜຶ່ງປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ພາຍຫລັງພະແນກສາທາລະນະສຸກນະຄອນຫລວງວຽງຈັນໄດ້ມີການປັບປຸງລະບົບການເຝົ້າລະວັງພະຍາດຄືນໃໝ່ຢູ່ຕາມໂຮງໝໍ ແລະ ສຸກສາລາໃນການຕິດຕາມເຝົ້າລະວັງ 17 ພະຍາດທີ່ມີຄວາມສ່ຽງແລ້ວລາຍງານໃຫ້ພະແນກສາທາລະນະສຸກຮັບຊາບໂດຍໄວຜ່ານທາງລະບົບໄອທີຕ່າງໆທີ່ເຫັນວ່າປະຢັດເວລາ, ປະຢັດງົບປະມານແລະມີຄວາມວ່ອງໄວເປັນຕົ້ນແມ່ນລາຍງານອີເມວ, ລາຍ ແລະ ແຟກເພື່ອໃຫ້ສາມາດຕອບໂຕ້ໄດ້ທັນເມື່ອມີກໍລະນີການລະບາດຂອງພະຍາດອັນຕະລາຍອາດເກີດຂຶ້ນ ແລະ ຜ່ານການເຝົ້າລະວັງພະຍາດໃນໄລຍະໜຶ່ງປີຜ່ານມາເຫັນວ່າຢູ່ຕາມໂຮງໝໍ, ສຸກສາລາ ແລະ ສູນເຝົ້າລະວັງມີການລາຍງານສະພາບການລະບາດຂອງພະ ຍາດໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຫລາຍຂຶ້ນ, ອັນພົ້ນເດັ່ນແມ່ນມີການລາຍງານພະຍາດທີ່ມີຄວາມສ່ຽງຫລາຍກວ່າ 260 ຄັ້ງ ແລະ ລົງເກັບຕົວຢ່າງຫລາຍກວ່າ 50 ກໍລະນີ, ຊຶ່ງເຮັດໃຫ້ສາມາດຕອບໂຕ້ກັບພະຍາດລະບາດຕ່າງໆໄດ້ເປັນຢ່າງດີເຊັ່ນ: ພະຍາດໄຂ້ຫວັດ, ໄຂ້ເລືອດອອກ, ຄໍຕີບ ແລະ ພະຍາດຕາມລະດູການອື່ນໆ ແລະ ຄຽງຄູ່ກັບຈຸດດີດັ່ງກ່າວມານັ້ນກໍຍັງມີບາງຈຸດຈະໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນກວ່າເກົ່າເຊັ່ນ: ການປະສານງານຢູ່ຕາມໂຮງໝໍ, ສູນເຝົ້າລະວັງຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ເຮັດໃຫ້ຄົນເຈັບຕົກຢູ່ໃນພະວະສ່ຽງສູງ, ການລາຍງານຂໍ້ມູນບາງຄັ້ງມີຄວາມຊັກຊ້າ, ສະນັ້ນ ບັນຫາດັ່ງກ່າວນີ້ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຫລາຍຂຶ້ນຕື່ມເພື່ອຮັບປະກັນໃຫ້ວຽກງານເຝົ້າລະວັງມີປະສິດທິພາບສູງ ແລະ ສາມາດຕອບໂຕ້ກັບພະຍາດລະບາດໄດ້ທັນເວລາ.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 30 ກັນຍານີ້ທີ່ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານດຣພອນປະເສີດອຸນະພົມຫົວໜ້າພະແນກດັ່ງກ່າວ, ມີແພດໝໍຈາກໂຮງໝໍ ແລະ ສຸກສາລາເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment