Ad

Ad

2 October 2015

ຫາລື​ການຈັດ​ຕັ້ງ​ປະຕິບັດ​ຕ້ານ​ການ​ຄ້າ​ມະນຸດ

     ກົມສົນທິສັນຍາແລະ ກົດໝາຍ ກະຊວງການຕ່າງປະເທ ຮ່ວມກັບສະຫະພາບເອີຣົບປະຈຳລາວໄດ້ຈັດກອງປະຊຸມສຳມະນາ​​ໃນຫົວຂໍ້ “​ແງ່ມູນດ້ານສິດທິມະນຸດຂອງນະໂຍບາຍແລະ ການຈັດຕັ້ງປະຕິບັດການຕ້ານການຄ້າມະນຸດຂຶ້ນໃນຕອນເຊົ້າຂອງວັນທີ 1 ຕຸລາຜ່ານມາ, ທີ່ສູນການປະຊຸມແລະ ຝຶກອົບຮົມສາກົນ (ICTC) ນະ ຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແລະ ທ່ານ ມີແຊໂກແຟງ ອຸປະທູດສະຫະ ພາບເອີຣົບປະຈຳລາວ, ພ້ອມດ້ວຍນັກສຳມະນາກອນຈາກບັນດາກະຊວງອ້ອມຂ້າງ​​ເຂົ້າຮ່ວມເປັນຈຳນວນຫລາຍ.
      ​ໃນກອງປະຊຸມດັ່ງກ່າວໄດ້ຮັບຟັງການສະເໜີຫົວຂໍ້ຕ່າງໆ, ​ໂດຍຜູ້ຊ່ຽວຊານທັງພາຍໃນແລະ ຕ່າງປະເທດເປັນຕົ້ນ ຂອບເຂດກົດໝາຍສາກົນແລະ ສິດທິມະນຸດ​, ນະໂຍບາຍແລະ ການຈັດຕັ້ງປະຕິບັດກ່ຽວກັບການຕ້ານການຄ້າມະນຸດຢູ່
ສປປ ລາວແລະ ສະຫະພາບເອີຣົບ, ການຊ່ວຍເຫລືອແລະ ການຟື້ນຟູຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນລາວ, ການຮ່ວມມືໃນຂອບອາຊຽນໃນການຕ້ານການຄ້າມະນຸດ, ພ້ອມທັງຮັບຟັງການສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການຕ້ານແລະ ສະກັດກັ້ນການຄ້າມະນຸດແລະ ຮ່າງປະມວນກົດໝາຍອາຍາ. ນອກຈາກນີ້ ນັກສຳມະນາກອນ ຍັງໄດ້ສົນທະນາແລະແລກປ່ຽນບົດຮຽນນຳກັນອີກດ້ວຍ.

     ກອງປະຊຸມຄັ້ງນີ້ແມ່ນສ່ວນໜຶ່ງຂອງການຮ່ວມມືດ້ານສິດທິມະນຸດລະຫວ່າງ ສປປ ລາວແລະ ສະຫະພາບ​​ເອີຣົບເຊິ່ງທັງສອງຝ່າຍຈະ​​ໄດ້ຈັດຕັ້ງການສົນທະນາ ຄັ້ງທີ 6 ກ່ຽວກັບສິດທິມະນຸດແລະ ການປົກຄອງໃນທ້າຍປີ 2015 ນີ້, ທີ່ນະຄອນ ຫລວງວຽງຈັນ.

No comments:

Post a Comment