Ad

Ad

2 October 2015

ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ຕ່າງປະ​ເທດ​ລາວ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ-ສະຫະລັດອາ​ເມ​ລິ​ກາ ​ແບບ​ບໍ່​ເປັນ​ທາງ​ການທີ່​ນິວຢອກ

               
ໃນຕອນເຊົ້າຂອງວັນທີ 30 ກັນຍາ 2015 ທີ່ນິວຢອກ, ສະຫະລັດອາເມລິກາ, ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ສະຫະລັດອາເມລິກາແບບບໍ່ເປັນທາງການເຊິ່ງສອງຝ່າຍໄດ້ທົບທວນຄືນການຮ່ວມມືອາຊຽນ-ສະຫະລັດແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າໂດຍສະເພາະການຈັດຕັ້ງປະຕິບັດຜົນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ສະຫະລັດທີ່ຈັດຂຶ້ນໃນເດືອນສິງຫາ 2015 ທີ່ຜ່ານມາທີ່ມາເລເຊຍ. ນອກຈາກນີ້ກໍໄດ້ປຶກສາຫາລືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສະຫະ ລັດຄັ້ງທີ 3 ຊຶ່ງຈະຈັດຂຶ້ນໃນທ້າຍເດືອນພະຈິກ 2015 ທີ່ກົວລາລຳເປີມາເລເຊຍກອງປະຊຸມຍັງໄດ້ແລກປ່ຽນທັດສະ ນະກ່ຽວກັບບັນຫາພາກພື້ນແລະສາກົນທີ່ພົ້ນເດັ່ນແລະ ມີຄວາມສົນໃຈຮ່ວມກັນເປັນຕົ້ນບັນຫາການເຄື່ອນຍ້າຍຖິ່ນຖານແບບບໍ່ປົກກະຕິ, ການຄ້າມະນຸດ, ການປ່ຽນແປງດິນຟ້າອາກາດແລະ ການຫາປາທີ່ຜິດກົດໝາຍ.
ກະຊວງການຕ່າງປະເທດໄດ້ໃຫ້ຮູ້ອີກວ່າ:​ ​ໃນວັນທີ 29 ກັນຍາ​ 2015 ທີ່ນິວຢອກສະຫະລັດອາເມລິກາທ່ານທອງລຸນສີສຸລິດ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ນຳພາຄະນະຜູ້​​ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ​ເຊິ່ງໄດ້ປຶກສາຫາລືກ່ຽວກັບການສະໝັກຂອງບັນດາປະເທດສະມາຊິກອາຊຽນໃນຕຳ​​ແໜ່ງຕ່າງໆຢູ່ບັນດາອົງກອນຂອງອົງການສະຫະປະຊາຊາດເພື່ອຂໍການສະໜັບສະໜູນເຊິ່ງກັນແລະ ກັນພ້ອມກັນນັ້ນ, ກໍໄດ້ທົບທວນຄືນໝາກຜົນຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 48 ຈັດຂຶ້ນໃນເດືອນສິງຫາ 2015 ຜ່ານມາທີ່ກົວລາລຳເປີ, ​ມາເລເຊຍ ລວມທັງການກະກຽມ​​ໃຫ້ແກ່ການສ້າງປະຊາຄົມອາຊຽນໃນທ້າຍປີ 2015 ​ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 27 ​ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງຊຶ່ງຈະຈັດຂຶ້ນໃນທ້າຍເດືອນພະຈິກ 2015 ທີ່ມາເລເຊຍ. ນອກນັ້ນ, ຍັງໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດອາຊຽນກັບເລຂາທິການໃຫຍ່ອົງການສະຫະປະຊາຊາດແລະ ປະທານສະມັດຊາໃຫຍ່ຄັ້ງທີ 70, ກອງປະຊຸມບໍ່ເປັນທາງການລະຫວ່າງລັດຖະມົນຕີການຕ່າງປະເທດອາຊຽນກັບລັດຖະມົນຕີການຕ່າງປະເທດສະຫະລັດອາເມລິກາແລະ ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດອາຊຍນກັບບັນດາອົງການຈັດຕັ້ງພາກພື້ນ. ກອງປະຊຸມຍັງໄດ້ອອກຖະແຫລງການຂອງລັດຖະມົນຕີການຕ່າງປະເທດອາຊຽນເນື່ອງໃນໂອກາດຄົບຮອບ 70 ປີແຫ່ງການສ້າງຕັ້ງອົງການສະຫະປະຊາຊາດ.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບເລຂາທິການໃຫຍ່ອົງການສະຫະປະຊາຊາດແລະ ປະ ທານສະມັດຊາໃຫຍ່ຄັ້ງທີ 70 ​ໄດ້ທົບທວນຄືນການຮ່ວມມືລະຫວ່າງອາຊຽນກັບອົງການສະຫະປະຊາຊາດໃນໄລຍະ 1 ປີຜ່ານມາແລະໄດ້ເຫັນດີເພີ່ມທະວີການຮ່ວມມືໂດຍຮັດແໜ້ນການປະສານງານໂດຍສະເພາະກອງເລຂາອາຊຽນກັບກອງເລຂາອົງການສະຫະປະຊາຊາດໃນການຈັດຕັ້ງປະຕິບັດກິດຈະກຳຕ່າງໆທັງສອງຝ່າຍຍັງໄດ້ເຫັນດີໃຫ້ປຶກສາຫາລືເພື່ອຮ່າງແຜນວຽກໃນການຮ່ວມມືອາຊຽນ-ສະຫະປະຊາຊາດສຳລັບ 5 ປີຕໍ່ໜ້າຫລັງປີ 2015. ກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນແລະ ສາກົນທີ່ພົ້ນເດັ່ນແລະ ມີຄວາມສົນໃຈຮ່ວມກັນ.

No comments:

Post a Comment