Ad

Ad

5 October 2015

ພູເບ້ຍມາຍນິງປັບປຸງການເຄື່ອນໄຫວໃຫ້ສອດຄ່ອງສະພາບເສດຖະກິດ

ທ່ານນາງ ມະນີລັດ ອາຣຸນລັງສີ ຜູ້ຈັດການຝ່າຍປະສານງານລັດຖະບານບໍລິສັດພູເບ້ຍມາຍນິງຈໍາກັດ, ໄດ້ໃຫ້ຮູ້ໃນງານພົບປະກັບສື່ມວນຊົນເມື່ອທ້າຍອາທິດຜ່ານມານີ້ວ່າ: ປັດຈຸບັນ, ບໍລິສັດພູເບ້ຍມາຍນິງ, ພວມມີການປັບປຸງການເຄື່ອນໄຫວຂອງບໍລິສັດຫລາຍໜ້າວຽກເປັນຕົ້ນ: ການຫລຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນໃນການຜະລິດ ແລະ ບາງໜ້າວຽກທີ່ເຄີຍນໍາໃຊ້ຄົນຕ່າງ ປະເທດກໍແມ່ນຫັນມານໍາໃຊ້ພະນັກງານຄົນລາວຫລາຍຂຶ້ນ, ເພື່ອໃຫ້ສອດຄ່ອງກັບສະພາບເສດຖະກິດໂລກທີ່ມີການຜັນຜ່ວນໃນປັດຈຸບັນ ແລະ ປະຄອງໂຄງການໃຫ້ສາມາດສືບຕໍ່ດໍາເນີນທຸລະກິດໄປໄດ້, ພາຍຫລັງໃນໄລຍະສອງສາມປີລາຄາແຮ່ທາດໃນຕະ ຫລາດໂລກຕົກຕໍ່າຫລາຍ, ອັນໄດ້ສົ່ງຜົນສະທ້ອນໃຫ້ແກ່ການຜະລິດແຮ່ທາດຢູ່ລາວ, ໂດຍສະເພາະເຮັດໃຫ້ຕົວເລກການຜະລິດຫລຸດລົງ, ຂະນະດຽວກັນການເກັບລາຍຮັບຕ່າງໆຂອງລັດຖະບານເຊັ່ນ: ຄ່າຊັບພະຍາກອນ, ອາກອນກໍາໄລ, ເງິນປັນຜົນ, ອາ ກອນເງິນເດືອນ, ອາກອນລາຍໄດ້ຂອງຜູ້ຮັບເໝົາ ແລະ ອື່ນໆກໍຫລຸດລົງເຊັ່ນກັນ.

ເຊັ່ນດຽວກັບທ່ານຫົວໜ້າກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ທີ່ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນຫລາຍບໍລິສັດຂຸດຄົ້ນແຮ່ທາດຢູ່ລາວພວມປະສົບບັນຫາລາຄາແຮ່ທາດຕົກຕໍ່າ ແລະ ມີໂຄງການຂະໜາດໃຫຍ່ເຊັ່ນ: ໃນປີ 2013 ບໍລິສັດລ້ານຊ້າງມິນີໂຣນຈໍາກັດໂຄງການບໍ່ຄໍາ-ທອງເຊໂປນຢູ່ແຂວງສະຫວັນນະເຂດໄດ້ຕັດສີນໃຈຢຸດຕິການຂຸດຄົ້ນແລະປຸງແຕ່ງແຮ່ຄໍາຊົ່ວຄາວ ແລະ ປົດພະນັກງານເກືອບ 500 ຄົນອອກເພື່ອຮັກສາຕົ້ນທຶນການຜະລິດ.

ກົມດັ່ງກ່າວໃຫ້ຮູ້ວ່າ: ຜ່ານມາຂະແໜງແຮ່ທາດເຄີຍເປັນຂະແໜງໜຶ່ງທີ່ໄດ້ປະກອບສ່ວນໃຫ້ GDP ແຫ່ງຊາດຂະຫຍາຍໂຕບໍ່ຫລຸດ 8% ຕໍ່ປີ(ປີ 2012 ລາຍຮັບຂອງລັດຖະບານໄດ້ 293 ລ້ານໂດລາສະຫະລັດ, ປີ 2013 ໄດ້ 264 ລ້ານໂດລາສະຫະ ລັດ ແລະ ມາຮອດປີ 2014 ໄດ້ 192 ລ້ານໂດລາສະຫະລັດ. ສະນັ້ນ ລາຍຮັບຈາກຂະແໜງການບໍ່ແຮ່ຫລຸດລົງເຊັ່ນນີ້ເຮັດໃຫ້ ການປະຕິບັດແຜນເສດຖະກິດ-ສັງຄົມຈະມີຜົນກະທົບຢ່າງແນ່ນອນ.

No comments:

Post a Comment