Ad

Ad

7 October 2015

ເກີດເຫດຄົນແຂວນຄໍຕາຍຢູ່ບ້ານໂນນແກ້ວ

     
ວັນທີ 4 ຕຸລາຜ່ານມານີ້, ໄດ້ມີຊາຍໄວ 26 ປີ ເສຍຊີວິດຢູ່ພາຍໃນເຮືອນ ດ້ວຍການໃຊ້ສາຍໄຟແຂວນຄໍຕາຍ. ທ່ານນາຍບ້ານໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນເວລາປະມານ 24:00 ໂມງ ຢູ່ເຮືອນຂອງນາງ ດວນ ປະຊາຊົນ ບ້ານໂນນແກ້ວ, ຊຶ່ງເຈົ້າຂອງເຮືອນ ໃຫ້ຮູ້ວ່າ: ຜູ້ຕາຍຊື່ ທ້າວ ໜຽວ ອາຍຸ 26 ປີ, ອາຊີບກຳ ມະກອນ ເປັນຄົນຫລວງພະບາງ, ໄດ້ລົງມາຢູ່ນຳອ້າຍ ເຊິ່ງເປັນລູກເຂີຍເຈົ້າຂອງເຮືອນຫລັງດັ່ງກ່າວ, ຊຶ່ງຜູ້ຕາຍເປັນຄົນມັກຊຸມແຊວ, ກິນເຫລົ້າເປັນ ປະຈຳມີປະຫວັດ ມົ້ວສຸມກັບຢາເສບຕິດມາກ່ອນ ແລະ ມັກເກັບຕົວຢູ່ຄົນດຽວຕະຫລອດ.

     ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຈຸດເກີດເຫດບໍ່ມີຮ່ອງຮອຍການຕໍ່ສູ້ໃດໆ ຈຶ່ງຄາດວ່າເກີດຈາກການຂ້າຕົວຕາຍ.     

No comments:

Post a Comment