Ad

Ad

7 October 2015

ຄ່າ​ບໍລິການ​ຂອງ​ຄລີ​ນິກ​​ ​ແລະ ​ໂຮງ​ໝໍເອກະ​ຊົນ​ສ່ວນ​ຫຼາຍມີ​ລາຄາ​ສູງ

           
ເມື່ອມໍ່ໆມານີ້ໄດ້ມີປະຊາຊົນສ່ອງແສງຫາກອງບັນນາທິການໜັງສືພິມລາວພັດທະນາ ຂອງພວກເຮົາວ່າ: ບໍ່ຮູ້ວ່າດ້ວຍເຫດຜົນອັນໃດການເກັບຄ່າບໍລິການກວດແລະ ປິ່ນປົວສຸຂະພາບຂອງຄລີນິກແລະໂຮງໝໍເອກະຊົນຫຼາຍແຫ່ງຢູ່ນະຄອນຫຼວງວຽງຈັນແມ່ນສູງຫຼາຍແລະ ບໍ່ເປັນເອາກະພາບກັນ,​ ພ້ອມທັງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນການເກັບຄ່າບໍລິການຂອງບັນດາຄລີນິກແລະໂຮງໝໍເອກະຊົນດັ່ງກ່າວ, ຕໍ່​​ບັນຫານີ້ທາງນັກຂອງພວກເຮົາກໍໄດ້ລົງ​​ສຳພາດບັນດາຄລີກນິກແລະໂຮງໝໍເອກະຊົນຫຼາຍແຫ່ງໃນນະຄອນຫຼວງວຽງຈັນເຊັ່ນ: ຄລີນິກແມ່ຂອງ,​ ຈົງຊານ,​​​ ວຽງຈັນ​-ປາກກິ່ງ,​ ໂຮງໜໍວຽງຈັນ-ຮ່າໂນແລະ ຄລີນິກອື່ນໆ ຊຶ່ງເຫັນວ່າການ​​ເກັບຄ່າບໍລິການຂອງແຕ່ລະຄລີນິກນັ້ນແມ່ນບໍ່ເທົ່າທຽມກັນແລະ ມີລາຄາ​​ແພງກວ່າຫຼາຍເມື່ອ​​ທຽບໃສ່ກັບໂຮງໝໍຂອງລັດຕົວຢ່າງ: ການກວດສຸຂະພາບທົ່ວໄປໂດຍບໍ່ໄດ້ໃຊ້ເຄື່ອງມືຢູ່ຄລີນິກເອກະຊົນແມ່ນຈະເກັບຄ່າບໍລິການຢູ່ລະຫວ່າງ 20 - 50 ພັນກີບ, ການກວດພະຍາດຍິິງ-ຊາຍ 50 ພັນເຖິງ 1 ​ແສນກີບແລະ ຖ້າຫາກການກວດຕ້ອງໄດ້ໃຊ້ເຄື່ອງມືຫຼືອຸປະກອນກໍຈະມີລາຄາສູງຂຶ້ນໄປກວ່ານີ້, ​ໂດຍເຂົາເຈົ້າໃຫ້ເຫດຜົນຄ້າຍກັນວ່າ: ການເກັບຄ່າບໍລິການກວດແລະ ປິ່ນປົວສຸຂະພາບຂອງຄລີນິກຕົນແມ່ນຂຶ້ນຢູ່ກັບຄວາມຍາກຫຼື ງ່າຍຂອງວິທີກວດແລະ ການນຳໃຊ້ເຄື່ອງມື, ສ່ວນການປິ່ນປົວແມ່ນຂຶ້ນກັບຊະນິດຂອງພະຍາດແລະ ຢາທີ່ໃຊ້ເຂົ້າໃນການປິ່ນປົວ,​ ໂດຍເຂົ້າເຈົ້າເອງຕ່າງກໍຍອມຮັບວ່າການກັບຄ່າບໍລິການແມ່ນສູງກວ່າ​​ໂຮງໝໍ​​ເບື້ອງລັດ,​ ເນື່ອງຈາກ​​ໄດ້ມີການລົງທືນສູງໃນການຊື້ເອຸປະກອນແລະເຄື່ອງກວດພະຍາດຕ່າງໆ.

No comments:

Post a Comment