Ad

Ad

2 October 2015

ສານ​ປະຊາຊົນແຂວງ​ເຊ​ກອງ​ຕັດສິນລົງໂທດຜູ້ຄ້າ​​ຢາ​ເສບ​ຕິດ

ເມື່ອບໍ່ດົນມານີ້ ສານປະຊາຊົນແຂວງເຊກອງ, ​ໄດ້ຕັດສິນລົງໂທດທ້າວມະນີວອນອາຍຸ 20 ປີຢູ່ບ້ານທ່າກຸດຈິດ ເມືອງໂພນທອງ ແຂວງຈຳປາສັກ ແລະ ທ້າວ ງົວ ຢູ່ເມືອງລະມາມ ແຂວງເຊກອງໃຫ້ຈໍາຄຸກ 5 ປີ ພ້ອມປັບໃໝ 10 ລ້ານກີບ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ມະນີວອນໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດ​(​ຢາບ້າ)​ມາແຕ່ປີ 2013 ແລະຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອຕົ້ນປີ 2014, ໃນຂະນະເອົາຢາບ້າໄປຂາຍໃຫ້ລູກຄ້າຢູ່ເຂດບ້ານກຳກອກ,​ ເມືອງທ່າແຕງ,ພ້ອມຂອງກາງຢາບ້າຈຳນວນ 134 ​​ເມັດ ແລະ ລົດຈັກໜຶ່ງຄັນ. ສວນຄະດີທ້າວ ງົວ ຖືກເຈົ້າໜ້າທີ່ ປກສ ​​ເມືອງລະມາມ ຈັບຕົວໄດ້ຢູ່ເສັ້ນທາງເລກ 16 ເຂດບ້ານໜອງບົງ ເມືອງລະມາມ ເມື່ອຕົ້ນປີ 2014 ,​ ໃນຂະນະໄປສົ່ງຢາບ້າໃຫ້ລູກຄ້າພ້ອມຂອງກາງຢາບ້າ 99 ​ເມັດ.

No comments:

Post a Comment