Ad

Ad

2 October 2015

ສື່ມວນຊົນລາວສຳເລັດການຢ້ຽມຢາມຖອດຖອນບົດຮຽນຢູ່ຫວຽດນາມ

ຄະນະຜູ້ແທນສື່ມວນຊົນລາວປະກອບມີ: ສື່ສິ່ງພິມ, ວິທະຍຸ-ໂທລະພາບ, ຊຶ່ງນຳໂດຍທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ສຳເລັດການຢ້ຽມຢາມ ແລະ ທັດສະນະສຶກສາເພື່ອຖອດຖອນບົດຮຽນດ້ານວິຊາສະເພາະຢູ່ ສສ ຫວຽດນາມ ໃນວັນທີ 30 ກັນຍາຜ່ານມານີ້, ໂດຍປະຕິບັດຕາມການພົວ ພັນຮ່ວມມືລະຫວ່າງກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວແລະ ກະຊວງຖະແຫລງຂ່າວແລະ ການສື່ສານຫວຽດນາມ.
            ຕະຫອດໄລຍະການຢ້ຽມຢາມ, ຄະນະສື່ມວນຊົນລາວໄດ້ເຄື່ອນໄຫວຢ້ຽມຢາມແລະ ຖອດຖອນບົດຮຽນກັບບັນດາສື່ມວນຊົນແລະ ຂະແໜງການກ່ຽວຂ້ອງຕ່າງໆເປັນຕົ້ນ: ກົມ​​ໂຄສະນາຕ່າງປະເທດ, ກະຊວງຖະແຫລງຂ່າວແລະ ການສື່ສານ ສສຫວຽດນາມ, ສະມາຄົມນັກຂ່າວຫວຽດນາມ, ພະແນກຖະແຫລງຂ່າວແລະ ການສື່ສານນະຄອນໂຮ່ຈີມິ, ໜັງສືພິມປົດປ່ອຍໄຊງ່ອນ, ໜັງສືພິມຕຳຫລວດນະຄອນໂຮ່ຈີງມິ, ໜັງສືພິມກອງທັບ, ໂທລະພາບ VTV ​ແລະ ອື່ນໆ, ​ເຊິ່ງການຢ້ຽມຢາມແຕ່ລະບ່ອນນັ້ນໄດ້ມີການແລກປ່ຽນບົດຮຽນໃນຫລາຍບັນຫາໂດຍສະເພາະແມ່ນບົດຮຽນໃນການໂຄສະນາ
ຂໍ້ມູນຂ່າວສານທີ່ເປັນປະໂຫຍແກ່ສັງຄົມ, ຂໍ້ສະດວກແລະຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານຂອງສື່ມວນຊົນ, ການ​​ແຂ່ງຂັນລະຫວ່າງສື່ມວນຊົນທົ່ວໄປກັບສື່ອອນລາຍ, ການຕອບໂຕ້ການໂຄສະ ນາບິດເບືອນສຽດສີ ແລະ ການພັດທະນາຊັບພະຍາກອນມະນຸດ.

​​            ໃນໂອກາດດັ່ງກ່າວ​, ກໍໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດແລະ ວັດທະນະ ທຳຈຳນວນໜຶ່ງເຊັ່ນ:ຢ້ຽມຢາມ ທຳນຽບປະທານປະເທດ, ພິພິທະພັນສົງຄາມນະຄອນໂຮ່ຈີມິ, ຢ້ຽມຢາມບ້ານຖາແທັງຕາແສງເຖີຍເຊິ,​ ເຊິ່ງເປັນບ້ານທີ່ມີຊື່ສຽງດ້ານການທ່ອງທ່ຽວ, ວິຖີ່ຊີວິດຂອງປະຊາຊົນຢູ່ຕາມແມ່ນ້ຳຂອງ, ​ອ່າວຮ່າລອງແລະ ສະຖານທີ່ສຳຄັນອື່ນໆຈຳນວນໜຶ່ງ.

No comments:

Post a Comment