Ad

Ad

13 November 2015

ສື່​ມວນ​ຊົນ​ລາວ​ຮຽນ​ຮູ້ການ​ນຳ​ໃຊ້ Social Media ​ຄົ້ນຫາ​ແຫ​ລ່ງຂ່າວ

ສະມາຄົມນັກຂ່າວ​​​ແຫ່ງສປປ ລາວຮ່ວມກັບສະມາຄົມນັກຂ່າວນັກໜັງສືພິມແຫ່ງປະເທດ ​​ໄດ້ຈັດເຝິກອົບຮົມການນຳໃຊ້ Social Media ​ໃນຫົວຂໍ້​ “ ການນຳໃຊ້ Social Media ວຽກງານສື່ມວນຊົນ ” ​​ໃນລະຫວ່າງວັນທີ 12-13.
​​          ຢູ່ສະຖາບັນສື່ມວນຊົນ, ວັດທະນະທຳແລະ ທ່ອງທ່ຽວໂດຍການເປັນປະທານຂອງທ່ານ  ວິໄລທອງ ສີຊານົນ ຫົວຫນ້າສະຖາບັນສື່ມວນຊົນ, ວັດທະນະທຳແລະ ທ່ອງທ່ຽວ  ​ແລະ ທ່ານ ຊະວະຣົງ ລິ້ມປະທຳມະປານີ ທີ່ປຶກສາສະມາຄົມຜູ້ຜະລິດຂ່າວອອນລາຍແລະ ທີ່ປຶກສາສະມາຄົມນັກຂ່າວ, ຫນັງສືພິມແຫ່ງປະເທດໄທ ​​ແລະ ມີນັກຂ່າວ, ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ຊະວະຣົງ ລິ້ມປະທຳມະປານີກ່າວວ່າ : ​ປະເທດໄທມີປະສົບການໃນໃຊ້ Social Media ​ໃນວຽກງານຂ່າວ​​ເຫັນມີທັງສິ່ງທີ່ເປັນດ້ານດີແລະ ດ້ານລົບ  ​ແລະຈະໄດ້ນຳເອົາປະສົບການດັ່ງກ່າວນັ້ນມາແລກປ່ຽນກັບສື່ມວນຊົນລາວເພື່ອຈະຮັບມືກັບການປ່ຽນແປງຂອງ Social Media ​ແລະໃຫ້ພວກເຮົາຮູ້
ນຳໃຊ້ສື່ດັ່ງກ່າວເຂົ້າໃນວຽກງານຂອງຕົນຢ່າງມີປະໂຫຍແລະ ມີປະສິດທິພາບເຊິ່ງມີວິທະຍາກອນຜູ້ຊ່ຽວຊານຈາກໄທໄດ້ຜັດປ່ຽນກັນໃຫ້ຄວາມຮູ້ໃນ ຫລາຍຫົວຂໍ້  ​ເຊ່ັນ : ການຄົ້ນຫາແຫລ່ງຂໍ້ມູນຈາກ Twitter, Facebook; ການກ່ັນຕອງຂໍ້ມູນຂ່າວສານໃນ​ Social Media ​ແຫລ່ງທີ່ມາຂອງຂ່າວກ່ອນໂພດ​​ເອົາລົງແລະ ສົ່ງຕໍ່; ການໃຊ້ Social Media ​ໃນການຕິດຕໍ່ແຫລ່ງຂ່າວແລະແຫລ່ງສະຫນັບສະຫນູນຂ່າວ ລວມເຖິງການຖ່າຍທອດສົດຜ່ານ Social Media ດ່ັງນີ້ເປັນຕົ້ນ.

No comments:

Post a Comment