Ad

Ad

13 November 2015

ເກີດ​ເຫດ​ສະ​ເທືອ​ນຂວັນຄົນ​ຮ້າຍ​ຄາດ​ຕະກຳ​ພະ​ອາຈານ​ ວັດໃຫຍ່ໄຊ​ຍະ​ພູມ ເສຍ​ຊີວິດ

     ​​​ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 12 ພະຈິກນີ້, ພາຍຫລັງຈົວນ້ອຍພາຍໃນວັດ​​ໄປເອີ້ນພະອາ ຈານດັ່ງກ່າວ​​ ຢູ່ກຸຕິວັດໃຫຍ່ໄຊຍະພູມເມືອງໄກສອນພົມວິຫານແຂວງສະຫວັນເຂດ ອອກມາສັນຈັງຫັນແຕ່​​ບໍ່ມີສຽງຕອບຮັບ,​ ຈຶ່ງໄດ້​​ເຂົ້າ​​ໄປ​​ເອີ້ນໃນກຸຕິແລ້ວພົບເຫັນພະອາຈານນອນງາຍໜ້າເສຍຊີວິດຢູ່​​​ໃກ້ກັບຕຽງນອນຂອງເພີ່ນ, ​ຄາດວ່າເສຍຊີວິດມາແລ້ວຫລາຍຊົ່ວໂມງ.
     ພາຍຫລັງເຈົ້າໜ້າທີ່ໜ່ວຍສືບສວນ-ສອບສວນ ​​ແຂວງສະຫວັນນະເຂດ ລົງພື້ນທີ່​​ເພື່ອເກັບກຳຂໍ້ມູນຫລັກຖານບາງສ່ວນມາສືບສວນ-ສອບສວນຈຶ່ງຮູ້ວ່າ: ພະອາຈານມະຫາບົວເງິນ ອາຍຸ 58 ປີເກີດທີ່ບ້ານເວີນເມືອງໄຊບົວລີແຂວງສະຫວັນນະເຂດ ສະພາບສົບແມ່ນຖືກທຸບຕີທີ່ຫົວດ້ວຍຂອງແຂງຢ່າງຮຸນແຮງ ມີຮອຍປອດຄໍ ພົບມີດປາຍແຫລມສຽບຄາຢູຄໍຫອຍແລະ ມີຮອຍຖືກມີດບາດມືຫລາຍຈຸດ ຄາດວ່າມີການຕໍ່ສູ້ກ່ອນຈະເສຍຊີວິດ, ​ທົ່ວຕົນ​​ໂຕມີຮ່ອງຮອຍຖືກທຳຮ້າຍ 17 ຈຸດ.


     ​ເຈົ້າໜ້າທີ່ກົມຕຳຫລວດສືບສວນ​-ສອບສວນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ຕື່ມວ່າ: ​ຜູ້ກໍ່ເຫດ​​ອາດແມ່ນຄົນ​​ໃກ້ຕົວຂອງຜູ້ກ່ຽວແລະເຈົ້າໜ້າທີ່ໄດ້ມຸ້ງປະເດັນໄປທີ່ການຄາດຕະກຳເພື່ອຊີງຊັບ

No comments:

Post a Comment