Ad

Ad

13 November 2015

ນຳ​ສະ​ເໜີ​ລົດ​ຟອດ​ເອ​ເວີ​ເຣດ​ ​ແລະ ຟອດ​ເຣນ​ເຈີ ຮຸ້ນ​ໃໝ່​

          ໃນວັນທີ 11 ພະຈິກນີ້, ບໍລິສັດລາວຟອດຊີຕີໄດ້ນຳສະເໜີລົດຟອດ​​ເອເວີເຣດ   (New Everest) ​ແລະຟອດເຣນເຈີ (All-New Ranger 2016) ຮຸ້ນໃໝ່ລ່າສຸດ ຂຶ້ນທີ່ສູນກິລາລ້ານຊ້າງ, ນະຄອນ ຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານເດວິດ ລອບລິນ ຜູ້ອຳນວຍການຝ່າຍຂາຍ ຕະຫລາດໃໝ່ ຟອເອເຊຍປາຊີຟິກ ບໍລິສັດ ຟອດມໍເຕີ, ທ່ານ ດິລິບເຈຊູທາຊານ ຜູ້ອຳນວຍການ ບໍລິສັດຟອດຊີຕີ, ພ້ອມດ້ວຍພະນັກງານພາຍໃນບໍລິສັດແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
     ຜູ້ອຳນວຍການຝ່າຍຂາຍຕະຫລາດໃໝ່ ຟອດເອເຊຍປາຊີຟິກ ບໍລິສັດ ຟອດມໍເຕີ ກ່າວວ່າ: ລົດ ຟອດເອເວີເຣດເປັນລົດຈິບອັອບໂລດ 7 ບ່ອນນັ່ງ, ຖືກອອກແບບມາດ້ວຍຄວາມປານີດເຮັດໃຫ້ຮູບຊົງຂອງລົດ
ຮຸ່ນດັ່ງກ່າວມີຄວາມຫລູຫລາ, ​ໂດດເດັ່ນ, ​​ແຂງແກ່ນແລະ ປະຢັດນ້ຳມັນ​​ໄດ້ຫລາຍກວ່າ, ​ມີທັງຂັບເຄື່ອນ 2 ລໍ້ແລະ 4 ລໍ້, ສາມາດລຸຍນ້ຳໄດ້ເລິກ ແລະສາມາດປະເຊີນກັບທຸກສະພາບແວດລ້ອມໄດ້ເປັນຢ່າງດີ. ນອກຈາກນີ້ ຍັງມີ​ 7​ ສີໃຫ້ເລືອກຕາມຄວາມມັກຂອງລູກຄ້າໄດ້.

     ຜູ້ອຳນວຍການ ບໍລິສັດຟອດຊີຕີ ກ່າວວ່າ: ຟອດເຣນເຈີຮຸ່ນໃໝ່ນີ້ ຍັງເນັ້ນພະລະກຳລັງແລະ ຄວາມສາມາດໃນການບັນທຸກດີກວ່າລົດກະບະຮຸ້ນອື່ນໆ ຕາມມາດຕະຖານ “Built Ford Tough” ​​ແລະ ຍັງເປັນລົດກະບະທີ່ມີຄວາມໂດດເດັ່ນ, ​ທັນສະໄໝ, ມີຄວາມປອດໄພສູງ, ​​ແຂງແກ່ນ ທົນທານຕໍ່ທຸກສະພາບຖະໜົນຫົນທາງ, ບັນທຸກສິ່ງຂອງໄດ້ຫລາຍກວ່າແລະ ປະຢັດນ້ຳມັນສູງເຖິງ 12% ພ້ອມທັງຍຶດອາຍຸການໃຊ້ງານໄດ້ຫລາຍຂຶ້ນ, ​ເຊິ່ງຮຸ່ນດັ່ງກ່າວນີ້ ມີທັງໝົດ 8 ສີໃຫ້ໄດ້ເລືອກເຊັ່ນກັນ.

No comments:

Post a Comment