Ad

Ad

13 November 2015

ລາວ ​ແລະ ຄູ່​ຮ່ວມ​ພັດທະນາ​ຫາລື​ວຽກ​ງານ​ເສດຖະກິດ​ມະຫາ​ພາກ

ກອງປະຊຸມປຶກສາຫາລືວຽກງານເສດຖະກິດມະຫາພາກລະຫວ່າງລັດຖະບານລາວແລະ ຄູ່ຮ່ວມພັດທະນາໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ທີ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການແລະການລົງທຶນດຣ. ຄຳລຽນພົນເສນາ, ທ່ານນາງຊານດຣານິໂຄນ (Sandra Nicoll) ຫົວໜ້າສຳນັກງານຜູ້ຕາງໜ້າທະນາຄານພັດທະນາອາຊີ (ADB) ປະຈຳລາວແລະ ທ່ານນາງ ຊາລີເບີນນິງແຮມ (Sally Burnningham) ຫົວໜ້າສຳນັກງານຜູ້ຕາງໜ້າທະນາຄານໂລກປະຈຳລາວເພື່ອຈະໄດ້ພ້ອມກັນປຶກສາຫາລືກ່ຽວກັບບົດຖະແຫລງການຮ່ວມຂອງໜ່ວຍງານເສດຖະກິດມະຫາພາກ (Joint Statement of Macro economic Working Group) ​ໃຫ້ມີຄວາມເປັນເອກະພາບທາງດ້ານເນື້ອໃນແລະແຜນປະຕິບັດງານຮ່ວມກັນລະຫວ່າງລັດຖະບານລາວກັບຄູ່
ຮ່ວມພັດທະນາກ່ອນໄປນຳສະເໜີໃນກອງປະຊຸມໂຕະມົນລະດັບສູງຄັ້ງທີ 12 ທີ່ຈະຈັດຂຶ້ນໃນວັນທີ 27 ພະຈິກນີ້. ນອກຈາກນັ້ນກອງປະຊຸມຍັງຈະໄດ້ຮັບຟັງຄວາມຄືບໜ້າຂອງການສຳຫລວດພົນລະເມືອງແລະທີ່ຢູ່ອາໄສຄັ້ງທີ IV ທີ່ໄດ້ສຳຫລວດຜ່ານມາແລ້ວເຊິ່ງມາຮອດປັດຈຸບັນແມ່ນຢູ່ໃນຂັ້ນຕອນວິໄຈຂໍ້ມູນການສຳຫລວດແລະ ກະກຽມບົດລາຍງານ, ພ້ອມທັງຮັບຟັງລາຍງານການຕີລາຄາຮອບດ້ານຂອງການພັດທະນາໃນ ສປປ ລາວ (Sys tematic Country Diagnostic) ຈາກທະນາຄານໂລກປະຈຳລາວເຊິ່ງຈະສາມາດຊ່ວຍໃຫ້ຮູ້ໄດ້ຂອງການເຕີບໃຫຍ່ເສດຖະກິດທີ່ສົມດູແລະ ຍືນຍົງໃນການກ້າວໄປເຖິງການຫລຸດຜ່ອນແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນນຳອີກ.

No comments:

Post a Comment