Ad

Ad

13 November 2015

ບຸນ​ນະມັດສະການ​ພະທາດ​ຫຼວງປີ​ນີ້​ຈະ​ບໍ່​ມີ​ງານ​ຕະຫຼາດນັດ​ໃນ​ບໍລິ​ເວນ​ເດີນ​ທາດຫຼວງ

ທ່ານ ສາຍທອງ​ ​ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານຄະນະກຳມະການຈັດງານບຸນນະມັດສະການພະທາດຫຼວງ​​ໄດ້ຖະແຫຼງຕໍ່ສືມວນຊົນໃນວັນທີ 12 ພະຈິກນີ້ວ່າ: ງານບຸນນະມັດສະການພະທາດຫຼວງປີນີ້ຈະຄົບງັນ​ 5 ວັນ,​ ໂດຍ​​ຈະເລີ່ແຕ່ວັນທີ 20 – 25 ພະຈິກນີ້ແລະ ແບ່ງເປັນ 2 ຈຸດຄື: ​​​​ເຂດເດີນທາດຫຼວງຈະເປັນບ່ອນຈັດງານສະ​​ເຫຼີມສະຫຼອງວັນຊາດທີ 2 ທັນວາຄອບ 40  ​ແລະ ສ່ວນຢູ່ເຂດພະທາດຫຼວງແມ່ນຈະຈັດກິດຈະກຳທາງສາສະໜາ, ການສະແດງສີລະປະດົນຕີແລະ ວາງຂາຍສິນຄ້າສະເພາະທີ່ເປັນເອກະລັກຂອງປະເທດເທົ່ານັ້ນ, ສ່ວນງານວາງສະແດງສິນຄ້າແລະ ຜະລິດຕະພັນຕ່າງໆແມ່ນຈະໄປຈັດ​​ຢູ່ສູນການຄ້າລາວໄອເຕັກ, ຊຶ່ງມີລາຍລະອຽດຄື: ມື້ 13 ຄ່ຳກົງກັບວັນທີ 23 ​ເປັນມື້ນະມັດສະການພະທດາຫຼວງ, ມື້ 14 ຄ່ຳກັງກັບວັນທີ 24 ​ແມ່ນຈະມີການແຫ່ພະສາດເຜີ້ງຈາກວັດສີເມືອງ​ ມາຫາພະທາດຫຼວງແລະ ມື້ 15 ຄ່ຳກົງກັບວັນທີ 25 ຊຶ່ງ
ເປັນມື້ສຸດທ້າຍຂອງງານບຸ, ຕອນເຊົ້າຈະມີພິທີຕັກບາດ​​ຖວາຍສັງຄະທານແລະ ຕີຄີ​, ຕອນແລງຈະມີການວຽນທຽນອ້ອມທາດຫຼວງຕາມຮີດຄອງປະເພນີທີ່ເຄີຍປະຕິບັດມາ.
ທ່ານຮອງເຈົ້າຄອງກ່າວວ່າ: ກໍເໝືອນດັ່ງທຸກໆປີ​​ການຈັກງານບຸນນະມັດສະການພະທາດຫຼວງແມ່ນບຸນປະເພນີອັນດີງານຂອງຊາດເຮົາທີ່ໄດ້ສືບທອດກັນມາ​ ​ແລະເພື່ອໃຫ້ປະຊາຊົນລາວໄດ້ຮ່ວມກັນຄົບງັນດ້ວຍຄວາມ​​ເບີກບານມ່ວນຊື່ນແລະເຖິງວ່າງານບຸນປີນີ້ຈະມີການຈຳກັດທາງດ້ານສະຖານທີ່,​ ແຕ່ກິດຈະກຳຕ່າງໆທາງສາສະໜາແລະ ຄວາມມ່ວນຊື່ນນັ້ນ​​ແມ່ນຍັງຈັດໃຫ້ມີ​​ເປັນປົກກະຕິ,​​ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກຄົນທີ່ຈະມາທ່ຽວ​​ງານບຸນ​​ໃຫຍ່ດັ່ງກ່າວຈົ່ງມີສະຕິ​, ຊ່ວຍກັນຮັກສາຄວາມເປັນລະບຽບຮຽບຮ້ອຍແລະ ຄວາມສະຫງົບປອດໄພແລະ ສິ່ງສຳຄັນອີກຢ່າງໜຶ່ງແມ່ນຈຶ່ງເອົາໃຈໃສ່ໃນການນຸ່ງຖືຂອງແມ່ຍິງໃຫ້ສຸພາບແລະຮຽບຮ້ອຍ ​​ແລະ ຖືກຕ້ອງຕາມວັດທະນະທຳແລະເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃນປະເທດ​​ເຮົາຫຼາຍຂຶ້ນ.

No comments:

Post a Comment